ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ຂອງ MICROSOFT

ປັບປຸງແລ້ວ ກຸມພາ 2017

ຍິນ​ດີ​ຕ້ອນ​ຮັບ​ສູ່​ຮ້ານ​ຄ້າ​ (Store) ຂາຍ​ຍ່ອຍ ແລະ ອອນ​ລາຍ​ຂອງ Microsoft. "ຮ້ານ​ຄ້າ" ໝາຍ​ເຖິງ​ສະ​ຖານ​ທີ່​ຂາຍ​ຍ່ອຍ ແລະ ອອນ​ລາຍ​ຂອງ​ພວກ​ເຮົາ ທີ່​ໃຫ້​ທ່ານ​ທ່ອງ​ເບິ່ງ, ເບິ່ງ, ເອົາ​ມາ, ຊື້, ແລະ ໃຫ້​ຄະ​ແນນ ແລະ ເບິ່ງ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ ລວມ​ທັງ​ອຸ​ປະ​ກອນ, ເກມ​ຄອນ​ໂຊ​ລ, ເນື້ອ​ໃນ​ດິຈິ​ຕອລ, ແອັບ​ພ​ລິ​ເຄ​ຊັນ, ເກມ, ການ​ບໍ​ລິ​ການ, ແລະ ອື່ນໆ​ອີກ. ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້ ("ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ") ກວາມ​ເອົາ​ການ​ນຳ​ໃຊ້​ຮ້ານ​ຄ້າ Microsoft, ຮ້ານ​ຄ້າ Office, ຮ້ານ​ຄ້າ Xbox, ຮ້ານ​ຄ້າ Windows, ແລະ ການ​ບໍ​ລິ​ການ Microsoft ອື່ນໆ ທີ່​ໝາຍ​ເຖິງຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍເຫຼົ່າ​ນີ້ (ທັງ​ໝົດ​ເອີ້ນ​ວ່າ "ຮ້ານ​ຄ້າ"). ຜ່ານ​ຮ້ານ​ຄ້າ, Microsoft ໃຫ້​ມີ​ການ​ເຂົ້າ​ຫາ​ຊັບ​ພະ​ຍາ​ກອນ​ຕ່າງໆ​ໄດ້, ລວມ​ທັງ​ພື້ນ​ທີ່​ການ​ດາວ​ໂຫຼດ, ຊອບ​ແວ, ເຄື່ອງ​ມື, ແລະ ຂໍ້​ມູນ​​ກ່ຽວ​ກັບ​ຊອບ​ແວ, ການ​ບໍ​ລິ​ຫານ ແລະ ການ​ຄ້າ​ຂາຍ​ອື່ນໆ (ທັງ​ໝົດ​ເອີ້ນ​ວ່າ "ການ​ບໍ​ລິ​ການ" ແລະ ຮ່ວມ​ກັນ​ກັບ​ຮ້ານ​ຄ້າ, "ຮ້ານ​ຄ້າ"). ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ ແລະ ເນື້ອ​ໃນ​ຫຼາຍ​ອັນ​ທີ່​ສະ​ເໜີ​ໃຫ້​ຢູ່​ໃນ​ຮ້ານ​ຄ້າ​ແມ່ນ​ຜະ​ລິດ​ຕະ​ພັນ​ຂອງ​ບຸກ​ຄົນ​ທີ​ສາມ ທີ່​ພາກ​ສ່ວນ​ຕ່າງໆ​ສະ​ເໜີ​ໃຫ້​ນອກ​ເໜືອ​ຈາກ Microsoft. ໂດຍ​ການ​ໃຊ້​ຮ້ານ​ຄ້າ, ຫຼືໂດຍ​ການ​ຊື້​ຜະ​ລິດ​ຕະ​ພັນແລະການ​ບໍ​ລິ​ການ​ຈາກ​ຮ້ານ​ຄ້າ, ທ່ານຍອມ​ຮັບແລະເຫັນ​ດີ​ກັບຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍເຫຼົ່າ​ນີ້, ຄຳຢັ້​ງ​ຢືນ​ວ່າ​ດ້ວຍ​ຄວາມ​​ລັບ​ສ່ວນ​ຕົວ​ຂອງ Microsoft (ໃຫ້​ເບິ່ງ​ຂໍ້​​ທີ່​ວ່າ​ດ້ວຍ​ຄວາມ​ລັບ​ສ່ວນ​ຕົວແລະການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ​ຢູ່​ລຸ່ມ​ນີ້), ແລະຂໍ້​ກຳ​ນົດແລະເງື່ອນ​ໄຂ, ນະ​ໂຍ​ບາຍຫຼືການ​ປະ​ຕິ​ເສດ​ຄວາມ​ຮັບ​ຜິດ​ຊອບ​ທີ່​ມີ​ຢູ່​ໃນ​ຮ້ານ​ຄ້າຫຼືໄດ້​ອ້າງ​ອີງ​ໄວ້​ໃນຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍເຫຼົ່າ​ນີ້ (ທັງ​ໝົດ​ເອີ້ນ​ວ່າ"ນະ​ໂຍ​ບາຍ​ວ່າ​ດ້ວຍ​ຮ້ານ​ຄ້າ"). ພວກ​ເຮົາ​ແນະ​ນຳ​ໃຫ້​ທ່ານ​ອ່ານ​ນະ​ໂຍ​ບາຍ​ວ່າ​ດ້ວຍ​ຮ້ານ​ຄ້າ​ຢ່າງ​ລະ​ອຽດ. ທ່ານ​ຕ້ອງ​ບໍ່​ນຳ​ໃຊ້​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ ຖ້າ​ທ່ານ​ບໍ່​ເຫັນ​ດີ​ນຳ​ນະ​ໂຍ​ບາຍ​ວ່າ​ດ້ວຍ​ຮ້ານ​ຄ້າ.

ຖ້າ​ພວກ​ເຮົາ​ມີ​ຮ້ານ​ຄ້າ​ຂາຍ​ຍ່ອຍ Microsoft ຕັ້ງ​ຢູ່​ໃນ​ປະ​ເທດ ຫຼື ພາກ​ພື້ນ​ຂອງ​ທ່ານ, ມັນ​ອາດ​ຈະ​ມີ​ນະ​ໂຍ​ບາຍ​ທີ່​ແຕກ​ຕ່າງ ຫຼື ເພີ່ມ​ເຕີມ​ອີກ. Microsoft ອາດ​ຈະ​ອັບ​ເດດ ຫຼື ປັບ​ປຸງ​ນະ​ໂຍ​ບາຍ​ຕ່າງໆ​ໄດ້ທຸກ​ເວ​ລາ ໂດຍ​ບໍ່​ມີ​ການ​ແຈ້ງ​ການ​ໃຫ້​ຮູ້.

ຂໍ້​ກຳ​ນົດ​ກ່ຽວ​ຂ້ອງ​ກັບ​ການ​ໃຊ້​ຮ້ານ​ຄ້າ​ຂອງ​ທ່ານ

1. ບັນ​ຊີ​ສະ​ມາ​ຊິກ. ຖ້າ​ຮ້ານ​ຄ້າ​ຕ້ອງ​ການ​ໃຫ້​ທ່ານ​ເປີດ​ບັນ​ຊີ, ທ່ານ​ຕ້ອງ​ດຳ​ເນີນ​ຂັ້ນ​ຕອນ​ການ​ລົງ​ທະ​ບຽນ​ໃຫ້​ສຳ​ເລັດ ໂດຍ​ການ​ໃຫ້​ຂໍ້​ມູນ​ປະ​ຈຸ​ບັນ, ຄົບ​ຖ້ວນ ແລະ ຖືກ​ຕ້ອງ​ກັບ​ພວກ​ເຮົາຕາມ​ທີ່​ກຳ​ນົດ​ໄວ້​ໃນ​ແບບ​ຟອມ​ລົງ​ທະ​ບຽນ​ນັ້ນ. ທ່ານ​ຍັງ​ອາດ​ຈະ​ຖືກ​ຮຽກ​ຮ້ອງ​ໃຫ້​ຍອມ​ຮັບ​ຂໍ້​ຕົກ​ລົງ​ການ​ບໍ​ລິ​ຫານ ຫຼື ​ຂໍ້​ກຳ​ນົດ​ການ​ນຳ​ໃຊ້​ແຍກ​ຕ່າງ​ຫາກ​ຕາມ​ເງື່ອນ​ໄຂ​ຂອງ​ການ​ເປີດ​ບັນ​ຊີ. ການ​ໃຊ້​ບັນ​ຊີ​ຂອງ​ທ່ານ​ເພື່ອ​ເຂົ້າ​ຫາ​ຮ້ານ​ຄ້າ ແລະ ເນື້ອ​ໃນ​ທີ່​ທ່ານ​ໄດ້​ມາ​ຈາກ​ຮ້ານ​ຄ້າ​ແມ່ນ​ຂຶ້ນ​ກັບ​ທຸກ​ຂໍ້​ກຳ​ນົດ​ຄຸ້ມ​ຄອງບັນ​ຊີ Microsoft. ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ, ກະ​ລຸ​ນາ​ເບິ່ງ ຂໍ້​ຕົກ​ລົງ​ການ​ບໍ​ລິ​ການ Microsoft. ທ່ານ​​ມີ​ຄວາມຮັບ​ຜິດ​ຊອບ​ຕໍ່ການ​ຮັກ​ສາ​ຂໍ້​ມູນ​ບັນ​ຊີ ແລະ ລະ​ຫັດ​ຜ່ານ​ຂອງ​ທ່ານ​ໄວ້​ເປັນ​ຄວາມ​ລັບ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ທຸກ​ກິດ​ຈະ​ກຳ​ທີ່​ເກີດ​ຂຶ້ນ​ພາຍ​ໃຕ້​ບັນ​ຊີ​ຂອງ​ທ່ານ.

2. ຫ້າມ​ການ​ນຳ​ໃຊ້​ໄປ​ໃນ​ທາງ​ທີ່​ຜິດ​ກົດ​ໝາຍ ຫຼື ຖືກ​ຫ້າມ. ໃນ​ຖາ​ນະ​ທີ່​ເປັນ​ເງື່ອນ​ໄຂ​ອັນ​ໜຶ່ງ​ຂອງ​ການ​ນຳ​ໃຊ້​ຮ້ານ​ຄ້າ ແລະ ການ​ບໍ​ລິ​ການ​ຂອງ​ທ່ານ, ທ່ານ​ຮັບ​ປະ​ກັນ​​ຕໍ່​ພວກ​ເຮົາ​ວ່າ ທ່ານ​ຈະ​ບໍ່​ໃຊ້​ຮ້ານ​ຄ້າ​ໄປ​ເພື່ອ​ຈຸດ​ປະ​ສົງ​ອື່ນ ທີ່​ບໍ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຫຼື ຖືກ​ຫ້າມ​ຈາກ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້, ນະ​ໂຍ​ບາຍ​ວ່າ​ດ້ວຍ​ຮ້ານ​ຄ້າ, ຫຼື ຂໍ້​ກຳ​ນົດ​ອື່ນໆ​ທີ່​ນຳ​ໃຊ້​ກັບ​ການ​ໃຊ້​ຮ້ານ​ຄ້າ​ຂອງ​ທ່ານ. ທ່ານ​ຈະ​ຕ້ອງ​ບໍ່​ໃຊ້​ຮ້ານ​ຄ້າ​ໃນ​ຮູບ​ແບບ​ໜຶ່ງ​ທີ່​ສາ​ມາດ​ເຮັດ​ໃຫ້​ເຊີບ​ເວີ Microsoft, ຫຼື ເຄືອ​ຂ່າຍ​ທີ່​ເຊື່ອມ​ຕໍ່​ກັບ​ເຊີ​ບເວີ​ໃດ​ໜຶ່ງຂອງ Microsoft ​​ເສຍ​ຫາຍ, ປິດ​ໃຊ້​ງານ​ໄປ, ມີ​ພາ​ລະ​ໜັກ, ຫຼື ເກີດ​ການ​ບົກ​ພ່ອງ, ຫຼື ແຊກ​ແຊງ​ກັບ​ການ​ໃຊ້​ຂອງ​ຝ່າຍ​ອື່ນ ແລະ ຄວາມ​ເພີດ​ເພີນ​ຂອງ​ຮ້ານ​ຄ້າ. ທ່ານ​ຕ້ອງ​ບໍ່​ພະ​ຍາ​ຍາມ​ທຳ​ການ​ເຂົ້າ​ຫາ​ຮ້ານ​ຄ້າ​ໂດຍ​ບໍ່​ໄດ້​ຮັບ​ອະ​ນຸ​ຍາດ, ບັນ​ຊີ​ອື່ນ, ລະ​ບົບ​ຄອມ​ພິວ​ເຕີ ຫຼື ເຄືອ​ຂ່າຍ​ທີ່​ເຊື່ອມ​ຕໍ່​ກັບ​ເຊີ​ບເວີ Microsoft ຫຼື ກັບ​ຮ້ານ​ຄ້າ ຜ່ານ​ການ​ແຮັກ, ການ​ເຈາະລະ​ຫັດ​ຜ່ານ ຫຼື ວິ​ທີ​ອື່ນໆ. ທ່ານ​ຕ້ອງ​ບໍ່​ຮັບ​ເອົາ ຫຼື ພະ​ຍາ​ຍາມ​ຮັບ​ເອົາ​ເອ​ກະ​ສານ ຫຼື ຂໍ້​ມູນ​ໃດ​ໜຶ່ງ​ຜ່ານ​ວິ​ທີ​ການ​ໃດ​ໜຶ່ງ​ທີ່​ບໍ່​ໄດ້​​ຕັ້ງ​ໃຈ​ມີ​ໃຫ້​​ຜ່ານ​ຮ້ານ​ຄ້າ. ທ່ານ​ຕ້ອງ​ບໍ່​ໃຊ້​ຮ້ານ​ຄ້າ​ໄປ​ໃນ​ທາງ​ທີ່​ລະ​ເມີດ​ສິດ​ທິ​ຂອງ​ບຸກ​ຄົນ​ທີ​ສາມ, ລວມ​ທັງ​ການ​​ກໍ່​ໃຫ້​ບຸກ​ຄົນ ຫຼື ຫົວ​ໜ່ວຍ​ໃດ​ໜຶ່ງ​ໄດ້​ຮັບ​ອັນ​ຕະ​ລາຍ​ໂດຍ​ເຈດ​ຕະ​ນາ, ລວມ​ທັງ Microsoft. ທ່ານ​ຕ້ອງ​ບໍ່​ເຜີຍ​ແຜ່, ແຈກ​ຢາຍ, ໃຫ້​ອະ​ນຸ​ຍາດ, ຫຼື ຂາຍ​ຜະ​ລິດ​ຕະ​ພັນ​ໃດ​ໜຶ່ງ, ຂໍ້​ມູນ ຫຼື ການ​ບໍ​ລິ​ການ​ທີ່​ໄດ້​ມາ​ຈາກ​ຮ້ານ​ຄ້າ​ໄປ​ໃນ​ທາງ​ການ​ຄ້າ.

3. ເນື້ອ​ໃນ​ທີ່​ທ່ານ​ໃຫ້​ກັບ Microsoft ຫຼື ໂພ​ສ​ທ໌​ລົງ​ຢູ່​ໃນ​ຮ້ານ​ຄ້າ. Microsoft ບໍ່​ຮຽກ​ຮ້ອງ​ຄວາມ​ເປັນ​ເຈົ້າ​ຂອງ​ເນື້ອ​ໃນ​ທີ່​ທ່ານ​ໃຫ້​ກັບ Microsoft (ລວມ​ທັງ​ຄຳຄິດ​ເຫັນ, ການ​ຈັດ​ອັນ​ດັບ, ການກວດ​ກາ​ຄືນ ແລະ ການ​ແນະ​ນຳ) ຫຼື ການ​ໂພ​ສ​ທ໌, ການ​ອັບ​ໂຫຼດ, ການ​ປ້ອນ​ເຂົ້າ ຫຼື ​ສະ​ເໜີໄປ​ຫາ​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ Microsoft ທີ່​ກ່ຽວ​ຂ້ອງ ເພື່ອ​ໃຫ້​ຜູ້​ອື່ນ​ທົບ​ທວນ​ຄືນ (ແຕ່​ລະ​ອັນ​ແມ່ນ "ການ​​ສະ​ເໜີ" ແລະ ລວມ​ກັນ​ແມ່ນ "ບັນ​ດາ​ການ​ສະ​ເໜີ"). ເຖິງ​ແນວ​ໃດ​ກໍ່​ຕາມ, ທ່ານ​ໃຫ້​ສິດໂດຍ​ບໍ່​ມີ​ລິ​ຂະ​ສິດ, ​ຕະ​ຫຼອດ​ໄປ, ບໍ່​ສາ​ມາດ​ຖອນ​ຄືນ​ໄດ້, ທົ່ວ​ໂລກ, ບໍ່​ຜູ້​ຂາດ, ແລະ ສາ​ມາດ​ອະ​ນຸ​ຍາດ​ຕໍ່​ໄດ້​ແກ່ Microsoft ​ເພື່ອ​ໃຊ້, ດັດ​ແປງ, ປັບ​ໃຫ້​ເຂົ້າ, ສ້າງ​ຂຶ້ນ​ມາ​ໃໝ່, ແລະ ສ້າງວຽກ​ທີ່​ໄດ້​ຮັບ​ມາ​ຈາກ, ແປ​ເປັນ​ພາ​ສາ​ອື່ນ, ແກ້​ໄຂ, ປະ​ຕິ​ບັດ, ແຈກ​ຢາຍ, ແລະ ສະ​ແດງ​ການ​ສົ່ງ​ຂອງ​ທ່ານຢູ່​ໃນ​ມີ​ເດຍ​ໃດ​ກໍ່​ໄດ້, ລວມ​ທັງ​ຊື່​ຂອງ​ທ່ານ​ນຳ. ຖ້າ​ທ່ານ​ຕີ​ພິມ​ເຜີຍ​ແຜ່​ການ​ສະ​ເໜີ​ຂອງ​ທ່ານ​ຢູ່​ໃນ​ພື້ນ​ທີ່​ຂອງ​ຮ້ານຄ້າ ບ່ອນ​ທີ່​ມັນ​ມີ​ການ​ອອນ​ລາຍກວ້າງ​ຂວາງ ໂດຍ​ບໍ່​ມີ​ການ​ຈຳ​ກັດ​ໃດໆ, ການ​​ສະ​ເໜີ​ຂອງ​ທ່ານ​ອາດ​ຈະ​ປະ​ກົດ​ຢູ່​ໃນ​ການ​ສາ​ທິດ ຫຼື ເນື້ອ​ໃນ​ທີ່​ໂຄ​ສະ​ນາ​ຮ້ານ​ຄ້າ ແລະ/ຫຼື ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ, ແລະ ເນື້ອ​ໃນ​ທີ່​ສະ​ເໜີ​ໃຫ້​ຢູ່​ໃນ​ຮ້ານ​ຄ້າ. ທ່ານ​ຮັບ​ປະ​ກັນ ແລະ ເວົ້າ​ແທນ​ວ່າ ທ່ານ​ມີ (ແລະ ຈະ​ມີ) ທຸກ​ສິດ​ທີ່​ຈຳ​ເປັນ ເພື່ອ​ເຮັດການ​ສະ​ເໜີໃດ​ໜຶ່ງ​ທີ່​ທ່ານ​ໃຫ້ ແລະ ເພື່ອ​ໃຫ້​ສິດ​ເຫຼົ່າ​ນີ້​ແກ່ Microsoft.

ຈະ​ບໍ່​ມີ​ການ​ຈ່າຍ​ຄ່າ​ຊົດ​ເຊີຍ​ໃດ​ໃຫ້​ກ່ຽວ​ກັບ​ການ​ນຳ​ໃຊ້​ການ​ສະ​ເໜີ​ຂອງ​ທ່ານ. Microsoft ບໍ່​ມີ​ພັນ​ທະ​ໜ້າ​ທີ່​ໃດ​ທີ່​ຈະ​ໂພ​ສ​ທ໌ ຫຼື ນຳ​ໃຊ້​ການ​ສະ​ເໜີ​ໃດ​ໜຶ່ງ ແລະ Microsoft ອາດ​ຈະ​ເອົາ​ການ​ສະ​ເໜີ​ໃດ​ໜຶ່ງ​ອອກ​ໄດ້​ທຸກ​ເວ​ລາ​ຕາມ​ການ​ພິ​ຈາ​ລະ​ນາ​ຂອງ​ຕົນ​ເອງ​ພຽງ​ຜູ້​ດຽວ. Microsoft ບໍ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໃດ ແລະ ບໍ່​ມີ​ໜ້າ​ທີ​ຮັບ​ຜິດ​ຊອບ​ໃດ​ຕໍ່​ການ​ສະ​ເໜີ​ຂອງ​ທ່ານ ຫຼື ເນື້ອ​ໃນ​​ທີ່​ຜູ້​ອື່ນ​ໂພ​ສ໌, ອັບ​ໂຫຼດ, ປ້ອນ​ເຂົ້າ ຫຼື ສະ​ເໜີ​ດ້ວຍ​ການ​​ໃຊ້​ຮ້ານ​ຄ້າ.

ຖ້າ​ທ່ານ​ໃຫ້​ຄະ​ແນນ ຫຼື ທົບ​ທວນ​ແອັບ​ພ​ລິ​ເຄ​ຊັນຢູ່​ໃນ​ຮ້ານ​ຄ້າ, ທ່ານ​ອາດ​ຈະ​ໄດ້​ຮັບ​ອີ​ເມວ​ຈາກ Microsoft ເຊິ່ງ​ມີ​ເນື້ອ​ໃນ​ຈາກ​ຜູ້​ເຜີຍ​ແຜ່​ແອັບ​ພ​ລິ​ເຄ​ຊັນ.

4. ລິ້ງ​ຫາ​ເວັບ​ໄຊ​ທ໌​ບຸກ​ຄົນ​ທີ​ສາມ. ຮ້ານ​ຄ້າ​ອາດ​ຈະ​ເອົາ​​ລິ້ງ​ຫາ​ເວັບ​ໄຊ​ທ໌​ບຸກ​ຄົນ​ທີ​ສາມ​ມາ​ໄວ້​ນຳ ເພື່ອ​ໃຫ້​ທ່ານ​ອອກ​ຈາກ​ຮ້ານ​ຄ້າ. ເວັບ​ໄຊ​ທ໌​ທີ່​ຖືກ​ລິ້ງ​ເຫຼົ່າ​ນີ້​ແມ່ນ​ບໍ່​ໄດ້​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ Microsoft ແລະ Microsoft ບໍ່​ຮັບ​ຜິດ​ຊອບ​ຕໍ່​ເນື້ອ​ໃນ​ຂອງ​ເວັບ​ໄຊ​ທ໌​ທີ່​ລິ້ງ​ແລ້ວ​ໃດໆ ຫຼື ​ລິ້ງ​ໃດໆ​ທີ່​ມີ​ຢູ່​ໃນ​ເວັບ​ໄຊ​ທ໌​ທີ່​ລິ້ງ​ແລ້ວ. Microsoft ໃຫ້​ລິ້ງ​ເຫຼົ່າ​ນີ້​ແກ່​ທ່ານ​ເພື່ອ​ຄວາມ​ສະ​ດວກ​ເທົ່າ​ນັ້ນ, ແລະ ການ​ເອົາ​ລິ້ງ​ໃດ​ໜຶ່ງ​ມາ​ເຂົ້າ​ໄວ້​​ບໍ່​ບົ່ງ​ບອກ​ການ​ຮັບ​ຮອງ​ເວັບ​ໄຊ​ທ໌​ໂດຍ Microsoft. ການ​ໃຊ້​ເວັບ​ໄຊ​ທ໌​ບຸກ​ຄົນ​ທີ​ສາມ​ຂອງ​ທ່ານ​ອາດ​ຈະ​ຕ້ອງ​ໄດ້​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​ຂອງ​ບຸກ​ຄົນ​ທີ​ສາມນັ້ນ​ນຳ.

ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຂາຍ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ແກ່​ທ່ານ

5. ການ​ມີ​ພ້ອມ​ໃຫ້​ຕາມ​ພາກ​ພື້ນ. ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທີ່​ມີ​ໃຫ້​ອາດ​ຈະ​​ແຕກ​ຕ່າງ​ກັນ ຂຶ້ນ​ກັບ​ພາກ​ພື້ນ ຫຼື ອຸ​ປະ​ກອນ​ຂອງ​ທ່ານ. ນອກ​ຈາກນັ້ນ, ອາດ​ຈະ​ມີ​ຂໍ້​ຈຳ​ກັດ​ຢູ່​ໃນ​ບ່ອນ​ທີ່​ພວກ​ເຮົາ​ສາ​ມາດ​ສົ່ງ​ຜະ​ລິດ​ຕະ​ພັນ​ຕາມ​ທີ່​ກຳ​ນົດ​ໄວ້​ຢູ່​ໃນ​ນະ​ໂຍ​ບາຍ​ການ​ຈັດ​ສົ່ງ​ຂອງ​ພວກ​ເຮົາ. ເພື່ອ​ດຳ​ເນີນ​ການ​ຊື້​ຂອງ​ທ່ານ​ໃຫ້​ສຳ​ເລັດ, ທ່ານ​ອາດ​ຈະ​ຕ້ອງ​ໄດ້​ມີ​ທີ່​ຢູ່​ບ່ອນ​ສົ່ງ​ໃບ​ບິນ ແລະ ບ່ອນ​ຈັດ​ສົ່ງ​ທີ່​ຖືກ​ຕ້ອງ​ໃຊ້​ໄດ້​ຢູ່​ພາຍ​ໃນ​ປະ​ເທດ ຫຼື ພາກ​ພື້ນ​ຂອງ​ຮ້ານ​ຄ້າ​ບ່ອນ​ທີ່​ທ່ານ​ກຳ​ລັງ​ຊື້.

6. ຜູ້​ໃຊ້​ທົ່ວ​ໄປ​ເທົ່າ​ນັ້ນ. ທ່ານ​ຕ້ອງ​ເປັນ​ຜູ້​ໃຊ້​ທົ່ວ​ໄປ ເພື່ອ​ຊື້​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຈາກ​ຮ້ານ​ຄ້າ. ຜູ້​ຂາຍ​ຄືນ​ໃໝ່​ບໍ່​ມີ​ສິດ​ຊື້​ໄດ້.

7. ຂໍ້​ຈຳ​ກັດ​ການ​ສົ່ງ​ອອກ. ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ທີ່​ຊື້​ຈາກ​ຮ້ານ​ຄ້າ​ອາດ​ຈະ​ຕ້ອງ​ປະ​ຕິ​ບັດ​ຕາມ​​ລະ​ບຽບ​ກົດ​ໝາຍ​ຄວບ​ຄຸມ​ການ​ສົ່ງ​ອອກ ແລະ ພາ​ສີ. ທ່ານ​ເຫັນ​ດີ​ປະ​ຕິ​ບັດ​ຕາມ​ທຸກ​ລະ​ບຽບ​ກົດ​ໝາຍ​ຂອງ​ປະ​ເທດ ແລະ ສາ​ກົນ​ທີ່​ບັງ​ຄັບ​ໃຊ້.

8. ການສົ່ງບິນ. ໂດຍ​ການ​ໃຫ້​ວິ​ທີ​ການ​ຈ່າຍ​ເງິນ​ແກ່ Microsoft, ທ່ານ: (i) ກ່າວ​ແທນ​ວ່າ ທ່ານ​ໄດ້​ຮັບ​ສິດ​ໃຫ້​ນຳ​ໃຊ້​ວິ​ທີ​ການ​ຈ່າຍ​ເງິນ​ທີ່​ທ່ານ​ສະ​ໜອງ​ໃຫ້ ແລະ ດັ່ງ​ນັ້ນ ຂໍ້​ມູນ​ການ​ຈ່າຍ​ເງິນ​ທຸກ​ອັນ​ທີ່​ທ່ານ​ໃຫ້​ມາ​ເປັນ​ຄວາມ​ຈິງ ແລະ ຖືກ​ຕ້ອງ; (ii) ໃຫ້​ສິດ Microsoft ເກັບ​ຄ່າ​ທຳ​ນຽມ​ກັບ​ທ່ານ​ຕໍ່​ກັບ​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ, ຫຼື ເນື້ອ​ໃນ​ທີ່​ມີ​ຢູ່​ໃດ​ໜຶ່ງ​ທີ່​ໄດ້​​ຊື້​ດ້ວຍ​ການ​ນຳ​ໃຊ້​ວິ​ທີ​ການ​ຊຳ​ລະ​ຂອງ​ທ່ານ; ແລະ (iii) ໃຫ້​ສິດ Microsoft ເກັບ​ຄ່າ​ທຳ​ນຽມ​ກັບ​ທ່ານ​ຕໍ່​ກັບ​​​ຮູບ​ການ​​ຈ່າຍ​ເງິນ​ແລ້ວ​ໃດ​ໜຶ່ງ ທີ່​ທ່ານ​ເລືອກ ເພື່ອ​ສະ​ໝັກ​ຂໍ ຫຼື ນຳ​ໃຊ້. ທ່ານ​ເ​ຫັນ​ດີ​ທີ່​ຈະ​ອັບ​ເດດ​ບັນ​ຊີ ແລະ ຂໍ້​ມູນ​ອື່ນ​ຂອງ​ທ່ານ​ທັນ​ທີ, ລວມ​ທັງ​ທີ່​ຢູ່​ອີ​ເມວ ແລະ ​ເລກ​ບັດ​ເຄ​ຣ​ດິດ ແລະ ວັນ​ໝົດ​ອາ​ຍຸ, ເພື່ອ​ທີ່ພວກ​ເຮົາ​ສາ​ມາດ​​ປະ​ຕິ​ບັດ​ການດຳ​ເນີນ​ການ​ຂອງ​ທ່ານໄດ້​ສຳ​ເລັດ ແລະ ຕິດ​ຕໍ່​ຫາ​ທ່ານ​ຕາມ​ທີ່​ຈຳ​ເປັນ​ກ່ຽວ​ຂ້ອງ​ກັບ​ການ​ດຳ​ເນີນ​ການ​ຂອງ​ທ່ານ. ພວກ​ເຮົາ​ອາດ​ຈະ​ສົ່ງ​ໃບ​ບິນໃຫ້​ທ່ານ (a) ​ລ່ວງ​ໜ້າ; (b) ໃນ​ເວ​ລາ​ຊື້; (c) ບໍ່​ດົນ​ຫຼັງ​ຈາກ​ຊື້; ຫຼື (d) ​ບົນ​ພື້ນ​ຖານ​ຕາມ​ການ​ສັ່ງຊື້​ເປັນ​ຊຸດ. ນອກ​ຈາກນັ້ນ, ພວກ​ເຮົາ​ອາດ​ຈະ​ເກັບ​ຄ່າ​ທຳ​ນຽມ​ຈາກ​ທ່ານ​ເຖິງ​ຈຳ​ນວນ​ທີ່​ທ່ານ​ໄດ້​ອະ​ນຸ​ມັດ, ແລະ ພວກ​ເຮົາ​ຈະ​ແຈ້ງ​ໃຫ້​ທ່ານ​ຊາບ​ລ່ວງ​ໜ້າ ແລະ ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ຂອງ​ການ​ສັ່ງ​ຊື້​ຂອງ​ທ່ານ​ທີ່​ມີ​ການ​ປ່ຽນ​ແປງ​ໃດ​ໜຶ່ງ​ໃນ​ຈຳ​ນວນ​ທີ່​ຈະ​ເກັບ​ເອົາ​ສຳ​ລັບ​ການ​ສັ່ງ​ຊື້​ປະ​ຈຳ. ພວກ​ເຮົາ​ອາດ​ຈະ​ສົ່ງ​ບິນ​ໃຫ້​ທ່ານ​ໃນ​ເວ​ລາ​ດຽວ​ກັນ​​ຫຼາຍກວ່າ​ໜຶ່ງ​ບິນ​ໃນ​ໄລ​ຍະ​ການ​ສົ່ງ​ບິນ​ກ່ອນ​ຂອງ​ທ່ານ ສຳ​ລັບ​ຈຳ​ນວນ​ເງິນ​ທີ່​ບໍ່​ໄດ້​ດຳ​ເນີນ​ການ​ຊຳ​ລະ​ມາ​ກ່ອນ. ເບິ່ງ​ຂໍ້​ການ​ຕໍ່​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ຢູ່​ລຸ່ມ​ນີ້.

ຖ້າ​ທ່ານ​ກຳ​ລັງ​ເຂົ້າ​ຮ່ວມ​ຢູ່​ໃນ​ການ​ສະ​ເໜີ​ໃຫ້​ໄລ​ຍະ​ທົດ​ລອງ​ໃຊ້, ທ່ານ​ຕ້ອງ​ຍົກ​ເລີກ​ການ​ບໍ​ລິ​ການ​ໃນ​ຕອນ​ທ້າຍ​ຂອງ​ໄລ​ຍະ​ການ​ທົດ​ລອງ​ໃຊ້ ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ຄ່າ​ໃຊ້​ຈ່າຍ​ໃໝ່, ນອກ​ຈາກວ່າ​ພວກ​ເຮົາ​ແຈ້ງບອກ​ທ່ານ​ເປັນ​ຢ່າງ​ອື່ນ. ຖ້າ​ທ່ານ​ບໍ່​ຍົກ​ເລີກ​ການ​ບໍ​ລິ​ການ​ໃນ​ຕອນ​ທ້າຍ​ຂອງ​ໄລ​ຍະ​ການ​ທົດ​ລອງ​ໃຊ້, ທ່ານ​ໃຫ້​ສິດ​ພວກ​ເຮົາ​ເກັບ​ຄ່າ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ຕາມ​ວິ​ທີ​ການ​ຈ່າຍ​ເງິນ​ຂອງ​ທ່ານ.

9. ການ​ຊຳ​ລະ​ເປັນ​ຊຸດ. ເມື່ອ​ທ່ານ​ຊື້​ຜະ​ລິດ​ຕະ​ພັນ, ການ​ບໍ​ລິ​ການ ຫຼື ເນື້ອ​ໃນ​ຕາມ​ການ​ສັ່ງເປັນ​ປະ​ຈຳ (ເຊັ່ນ: ປະ​ຈຳ​ອາ​ທິດ, ປະ​ຈຳ​ເດືອນ, ທຸກໆ 3 ເດືອນ, ຫຼື ປະ​ຈຳ​ປີ (ຕາມ​ທີ່ກຳນົດໄດ້)), ທ່ານ​ຮັບ​ຮູ້​ ແລະ ເຫັນ​ດີ​ວ່າ ທ່ານ​ກຳ​ລັງ​ອະ​ນຸ​ຍາດ​ໃຫ້​ມີ​ການ​ຊຳ​ລະ​ເປັນ​ຊຸດ, ແລະ ການ​ຊຳ​ລະ​ຈະ​ຈ່າຍ​ໄປ​ໃຫ້ Microsoft ຕາມ​ວິ​ທີ​ທີ່​ທ່ານ​ເລືອກ​ຕາມ​ໄລ​ຍະ​ເວ​ລາ​ໃຫ້​ຈ່າຍ​ທີ່​ທ່ານ​ເລືອກ, ຈົນ​ກວ່າ​ທ່ານ ຫຼື Microsoft ຍົກ​ເລີກ​ການ​ສັ່ງ​ຊື້​ເປັນ​ປະ​ຈຳ ຫຼື ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ຂອງ​ມັນ. ໂດຍ​ການ​ອະ​ນຸ​ຍາດ​ໃຫ້​ມີ​ກາ​ນ​ຈ່າຍ​ເປັນ​ຊຸດ, ທ່ານ​ກຳ​ລັງ​ອະ​ນຸ​ຍາດ​ໃຫ້ Microsoft ດຳ​ເນີນ​ການ​ຊຳ​ລະ​ດັ່ງ​ກ່າວ​ດ້ວຍ​ການ​ຫັກ​ເອົາ​ທາງ​ອີ​ເລັກ​ໂທຣ​ນິກ ຫຼື ໂດຍ​ການ​ໂອນ​ເງິນ, ຫຼື ເປັນ​ໃບ​ເຊັກ​ອີ​ເລັກ​ໂທ​ຣ​ນິກ​ຈາກ​ບັນ​ຊີ​ທີ່​ກຳ​ນົດ​ຂອງ​ທ່ານ (ໃນ​ກໍ​ລະ​ນີ​ມີ​ການ​ດຳ​ເນີນ​ການ​ຊຳ​ລະ​ອັດ​ຕະ​ໂນ​ມັດ ຫຼື ວິ​ທີ​ການ​ຊຳ​ລະ​ຄ້າຍ​ຄື​ກັນ), ຫຼື ຕາມ​ການ​ເກັບ​ເອົາ​ຈາກ​ບັນ​ຊີ​ທີ່​ກຳ​ນົດ​ຂອງ​ທ່ານ (ໃນ​ກໍ​ລະ​ນີ​ທີ່​ເປັນ​ບັດ​ເຄ​ຣ​ດິດ ຫຼື ວິ​ທີ​ການ​ຊຳ​ລະ​ຄ້າຍ​ຄື​ກັນ) (ທັງ​ໝົດ​ລວມ​ກັນ​ເອີ້ນ​ວ່າ "ການ​ຊຳ​ລະ​ທາງ​ອີ​ເລັກ​ໂທ​ຣ​ນິກ"). ໂດຍ​ທົ່ວ​ໄປ​ນັ້ນ ຄ່າ​ການສັ່ງ​ຊື້​ແມ່ນ​ຈະ​ສົ່ງ​ໃບ​ບິນ​ໃຫ້ ຫຼື​ ເກັບ​ລ່ວງ​ໜ້າ​ຂອງ​ໄລ​ຍະ​ການ​ສັ່ງ​ຊື້​ທີ່​ນຳ​ໃຊ້. ຖ້າ​ການ​ຊຳ​ລະ​ໃດ​ໜຶ່ງ​ຖືກ​ສົ່ງ​ກັບ​ຄືນ​ບໍ່​ໄດ້​ຊຳ​ລະ​ໃຫ້ ຫຼື ຖ້າ​ບັດ​ເຄ​ຣ​ດິດ ຫຼື ການ​ດຳ​ເນີນ​ການ​ຊຳ​ລະ​ໃດ​ໜຶ່ງ​ຖືກ​ປະ​ຕິ​ເສດ ຫຼື ບໍ່​ຍອມ​ຮັບ, Microsoft ຫຼື ຜູ້​ໃຫ້​ບໍ​ລິ​ການ​ຂອງ​ຕົນ​ເອງ​ສະ​ຫງວນ​ສິດ​ທີ່​ຈະ​ເກັບ​ເອົາ​ຄ່າ​ທຳ​ນຽມລາຍ​ການ​ສົ່ງ​ຄືນ​ໃດ​ໜຶ່ງ, ການ​ປະ​ຕິ​ເສດ ຫຼື ອື່ນໆຕາມ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ.

10. ການ​ມີ​ຜະ​ລິດ​ຕະ​ພັນ​ໃຫ້ ແລະ ປະ​ລິ​ມານ​ຜະ​ລິດ​ຕະ​ພັນ ແລະ ຂີດ​ຈຳ​ກັດ​ການ​ສັ່ງ. ລາ​ຄາ​ຜະ​ລິດ​ຕະ​ພັນ ແລະ ການ​ມີ​ພ້ອມ​ຜະ​ລິດ​ຕະ​ພັນ​ອາດ​ຈະ​ມີ​ການ​ປ່ຽນ​ແປງ​ໄດ້ທຸກ​ເວ​ລາ ແລະ ໂດຍ​ບໍ່​ມີ​ການ​ແຈ້ງບອກ. Microsoft ອາດ​ຈະ​ກຳ​ນົດ​ຂີດ​ຈຳ​ກັດ​ຕໍ່​ປະ​ລິ​ມານ​ທີ່​ອາດ​ຈະ​ໃຫ້​ຊື້ຕໍ່​ອໍ​ເດີ, ຕໍ່​ບັນ​ຊີ, ຕໍ່​ບັດ​ເຄ​ຣ​ດິດ, ຕໍ່​ຄົນ, ຫຼື ຕໍ່​ຄົວ​ເຮືອນ. ຖ້າ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ທີ່​ທ່ານ​ສັ່ງ​ບໍ່​ມີ​ໃຫ້, ພວກ​ເຮົາ​ອາດ​ຈະ​ຕິດ​ຕໍ່​ຫາ​ທ່ານ ເພື່ອ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ອື່ນທີ່​ເປັນ​ທາງ​ເລືອກ​ໃຫ້. ຖ້າ​ທ່ານ​ບໍ່​ເລືອກ​ຊື້​ຜະ​ລິດ​ຕະ​ພັນ​ອື່ນ​ທີ່​ເປັນ​ທາງ​ເລືອກ, ພວກ​ເຮົາ​ຈະ​ຍົກ​ເລີກ​ອໍ​ເດີ​ຂອງ​ທ່ານ.

Microsoft ອາດ​ຈະ​ປະ​ຕິ​ເສດ ຫຼື ບໍ່​ຍອມ​ຮັບ​ອໍ​ເດີ​ໃດ​ໃນ​ເວ​ລາ​ໃດ​ກໍ່​ໄດ້, ສົ່ງ​ເງິນ​ຄືນ​ໃຫ້​ທ່ານ​ໃນ​ຈຳ​ນວນ​ເງິນ​ໃດ​ໜຶ່ງ​ທີ່​ທ່ານ​ຈ່າຍ​ໄປ​ສຳ​ລັບ​ອໍ​ເດີ, ເຫດ​ຜົນ​ທີ່​ຈະ​ລວມ​ໄວ້, ແຕ່​ບໍ່​ຈຳ​ກັດ, ຖ້າ​ທ່ານ​ບໍ່​ບັນ​ລຸ​ໄດ້​ຕາມ​ເງື່ອນ​ໄຂ​ກຳ​ນົດ​ສະ​ເພາະ​ຢູ່​ໃນ​ເວ​ລາ​ສັ່ງ, ຖ້າ​ການ​ຊຳ​ລະ​ຂອງ​ທ່ານ​ບໍ່​ສາ​ມາດ​ດຳ​ເນີນ​ການ​ໄດ້, ຖ້າ​ຜະ​ລິດ​ຕະ​ພັນ​ ຫຼື ການ​ບໍ​ລິ​ການທີ່​ສັ່ງ​ແລ້ວ​ບໍ່​ມີ​ໃຫ້, ຫຼື ກ່ຽວ​ກັບ​ລາ​ຄາ ຫຼື ຂໍ້​ຜິດ​ພາດ​ອື່ນໆ. ໃນ​ກໍ​ລະ​ນີ​ກ່ຽວ​ກັບ​ເລື່ອງ​ລາ​ຄາ ຫຼື ຂໍ້​ຜິດ​ພາດ​ອື່ນໆ, ພວກ​ເຮົາ​ສະ​ຫງວນ​ສິດ​ຕາມ​ການ​ພິ​ຈາ​ລະ​ນາ​ຂອງ​ພວກ​ເຮົາ​ເອງ ທີ່​ຈະ (a) ຍົກ​ເລີກ​ອໍ​ເດີ ຫຼື ການ​ຊື້​ຂອງ​ທ່ານ ຫຼື (b) ຕິດ​ຕໍ່​ທ່ານ ເພື່ອ​ຂໍ​ຄຳ​ແນະ​ນຳ. ໃນ​ກໍ​ລະ​ນີ​ທີ່​ມີ​ການ​ຍົກ​ເລີກ, ການ​ເຂົ້າ​ຫາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ຂອງ​ທ່ານ​ຈະ​ຖືກ​ປິດ​ໃຊ້​ງານ.

ພວກ​ເຮົາ​ອາດ​ຈະ​ປິດ​ໃຊ້​ງານ​ການ​ເຂົ້າ​ຫາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ກັບ​ບັນ​ຊີ​ຂອງ​ທ່ານ​ດ້ວຍ​ເຫດ​ຜົນ​ໃດ​ໜຶ່ງ. ພວກ​ເຮົາ​ຍັງ​ອາດ​ຈະ​ລຶບ ຫຼື ປິດ​ໃຊ້​ງານ​ເກມ, ແອັບ​ພ​ລິ​ເຄ​ຊັນ, ເນື້ອ​ໃນ, ຫຼື ການ​ບໍ​ລິ​ການ​ຕ່າງໆ​ຢູ່​ໃນ​ອຸ​ປະ​ກອນ​ຂອງ​ທ່ານ ເພື່ອ​ປົກ​ປ້ອງ​ຮ້ານ​ຄ້າ ຫຼື ຝ່າຍ​ທີ່​ອາດ​ຈະ​ໄດ້​ຮັບ​ຜົນ​ກະ​ທົບ. ບາງ​ເນື້ອ​ໃນ ແລະ ແອັບ​ພ​ລິ​ເຄ​ຊັນ​ອາດ​ຈະ​ບໍ່​ມີ​ໃຫ້​ເປັນ​ບາງ​ຄັ້ງ ຫຼື ອາດ​ຈະ​ມີ​ໃຫ້​ເປັນ​ເວ​ລາ​ຈຳ​ກັດ. ການ​ມີ​ໃຫ້​ສາ​ມາດ​ໄດ້​ຮັບ​ຜົນ​ກະ​ທົບ​ຕາມ​ພາກ​ພື້ນ. ດັ່ງ​ນັ້ນ, ຖ້າ​ທ່ານ​ປ່ຽນ​ບັນ​ຊີ​ ຫຼື ອຸ​ປະ​ກອນ​ຂອງ​ທ່ານ​ໄປ​ສູ່​ພາກ​ພື້ນ​ອື່ນ, ທ່ານ​ອາດ​ຈະ​ບໍ່​ສາ​ມາດ​ດາວ​ໂຫຼດເນື້ອ​ໃນ ຫຼື ແອັບ​ພ​ລິ​ເຄ​ຊັນ​ຄືນ​ໃໝ່ ຫຼື ຈັດ​ເນື້ອ​ໃນ​ແນ່ນອນທີ່​ທ່ານ​ຊື້​ແລ້ວນັ້ນ​ຄືນ​ໃໝ່​ໄດ້; ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຊື້​ເນື້ອ​ໃນ ຫຼື ແອັບ​ພ​ລິ​ເຄ​ຊັນ​ທີ່​ທ່ານ​ໄດ້​ຈ່າຍ​ເງິນ​ສຳ​ລັບ​ພາກພື້ນ​ຜ່ານ​ມາ​ຂອງ​ທ່ານຄືນ​ໃໝ່. ຍົກ​ເວັ້ນ​ໃນ​ລະ​ດັບ​ທີ່​ກົດ​ໝາຍຕ້ອງ​ການ​ແລ້ວ, ພວກ​ເຮົາ​ບໍ່​ມີ​ພັນ​ທະ​ທີ່​ຈະ​ໃຫ້​ການ​ດາວ​ໂຫຼດ ຫຼື ການ​ປ່ຽນ​ແທນ​ເນື້ອ​ໃນ​ໃດ​ໜຶ່ງ ຫຼື ແອັບ​ພ​ລິ​ເຄ​ຊັນ​ທີ່ທ່ານ​ຊື້.

11. ການອັບເດດ. ຖ້າ​ກຳ​ນົດ​ໄດ້, Microsoft ຈະ​ກວດ​ຫາ ແລະ​ ດາວ​ໂຫຼດ​ການ​ອັບ​ເດດ​ໄປ​ໃສ່​ແອັບ​ພ​ລິ​ເຄ​ຊັນ​ຂອງ​ທ່ານ​ໂດຍ​ອັດ​ຕະ​ໂນ​ມັດ, ແມ້​ວ່າ​ທ່ານ​ບໍ່​ໄດ້​ເຂົ້າ​ສູ່​ລະ​ບົບ​ຮ້ານ​ຄ້າ​ກໍ່​ຕາມ. ທ່ານ​ສາ​ມາດ​ປ່ຽນ​ການ​ຕັ້ງ​ຄ່າ​ຂອງ​ທ່ານ​ໄດ້ ຖ້າ​ທ່ານ​ເລືອກ​ທີ່​ຈະ​ບໍ່​ຮັບ​ເອົາ​ການ​ແອັບ​ເດດ​ອັດ​ຕະ​ໂນ​ມັດ​ໄປ​ໃສ່​ແອັບ​ຮ້ານ​ຄ້າ. ເຖິງ​ແນວ​ໃດ​ກໍ່​ຕາມ, ຮ້ານ​ຄ້າ Office ແນ່ນອນ​ທີ່​ເປັນ​ແມ່​ຂ່າຍ​ອອນ​ລາຍ​ທັງໝົດ ຫຼື ​ບາງ​ສ່ວນ​ອາດ​ຈະ​ຖືກ​ອັບ​ເດດ​ໂດຍ​ຜູ້​ພັດ​ທະ​ນາໃນ​ເວ​ລາ​ໃດ​ກໍ່​ໄດ້ ແລະ​ ອາດ​ຈະ​ບໍ່​ຕ້ອງ​ມີ​ການ​ອະ​ນຸ​ຍາດ​ຂອງ​ທ່ານ ເພື່ອ​ທີ່​ຈະ​ອັບ​ເດດ.

12. ການ​ອະ​ນຸ​ຍາດ​ຊອບ​ແວ ແລະ ສິດ​ການ​ນຳ​ໃຊ້. ຊອບ​ແວ ແລະ ເນື້ອ​ໃນ​ດິ​​ຈິ​ຕອ​ລ​ອື່ນໆ​ທີ່​ມີ​ໃຫ້​ຜ່ານ​ຮ້ານ​ຄ້າ​ແມ່ນ​ໄດ້​ອະ​ນຸ​ຍາດ​ໃຫ້​ແກ່​ທ່ານ, ບໍ່​ຂາຍ​ໃຫ້. ບັນ​ດາ​ແອັບ​ພ​ລິ​ເຄ​ຊັນ​ທີ່​ດາວ​ໂຫຼດ​ມາ​ຈາກ​ຮ້ານ​ຄ້າ​ແອັບ​ໂດຍ​ກົງ​ຈະ​ຂຶ້ນ​ກັບ​ຂໍ້​ກຳ​ນົດ​ການ​ອະ​ນຸ​ຍາດ​ແອັບ​ພ​ລິ​ເຄ​ຊັນ​ມາດ​ຕະ​ຖານ ("SALT") ມີ​ໃຫ້​ຢູ່​ທີ່ [https://go.microsoft.com/fwlink/p/?linkid=838610&clcid=0x0454], ນອກ​ຈາກວ່າ​ມີ​ຂໍ້​ກຳ​ນົດ​ການ​ອະ​ນຸ​ຍາດ​ອື່ນ​ມາ​ພ້ອມ​ກັບ​ແອັບ​ພ​ລິ​ເຄ​ຊັນ. (ແອັບ​ພ​ລິ​ເຄ​ຊັນ​ທີ່​ດາວ​ໂຫຼດມ​າ​ຈາກ​ຮ້ານ​ຄ້າ Office ແມ່ນ​ບໍ່​ໄດ້​ຄຸ້ມ​ຄອງ​ໂດຍ SALT ແລະ ມີ​ຂໍ້​ກຳ​ນົດ​ການ​ອະ​ນຸ​ຍາດ​ຕ່າງ​ຫາກ.) ແອັບ, ເກມ ແລະ ເນື້ອ​ໃນ​ດິ​ຈິ​ຕອ​ລ​ອື່ນໆ​ທີ່​ໄດ້​ຮັບ​ມາ​ຜ່ານ​ຮ້ານ​ຄ້າ​ແມ່ນ​ຈະ​ຂຶ້ນ​ກັບ​ກົດ​ລະ​ບຽບ​ການ​ນຳ​ໃຊ້​​ມີ​ຢູ່​ທີ່ https://go.microsoft.com/fwlink/p/?LinkId=723143. ທ່ານ​ເຂົ້າ​ໃຈ ແລະ ຮັບ​ຮູ້​ວ່າ ​ສິດ​ຂອງ​ທ່ານ​ຕໍ່​ກັບ​ສິນ​ຄ້າ​ດິ​ຈິ​ຕອ​ລ​ເຫຼົ່າ​ນີ້​ແມ່ນ​ຖືກ​ຈຳ​ກັດ​ໂດຍ​ຂໍ້​ກຳ​ນົດການ​ຂາຍເຫຼົ່າ​ນີ້, ກົດ​ໝາຍ​ລິ​ຂະ​ສິດ, ແລະ ​ກົດ​ລະ​ບຽບ​ການ​ນຳ​ໃຊ້​ທີ່​ອ້າງ​ອີງ​ໄວ້​ຂ້າງ​ເທິງ. ໃບ​ອະ​ນຸ​ຍາດ​ຊອບ​ແວ​ຊື້​ຢູ່​ທີ່​ຮ້ານ​ຄ້າ​ຂາຍ​ຍ່ອຍ Microsoft ແມ່ນ​ຂຶ້ນ​ກັບ​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ​ທີ່​ມາ​ກັບ​ຊອບ​ແວ, ແລະ ທ່ານ​ຈະ​ຕ້ອງ​ໄດ້​ເຫັນ​ດີ​ກັບ​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ ເມື່ອ​ທ່ານ​ຕິດ​ຕັ້ງ​ຊອບ​ແວ. ການ​ຜະ​ລິດ​ຊອບ​ແວ​ໃດ​ໜຶ່ງ​ຂຶ້ນ​ມາ​ໃໝ່ ຫຼື ການ​ແຈກ​ຢາຍ​ໄປ​ໃໝ່ ຫຼື ການ​ຊື້​ຂາຍ​ທີ່​ບໍ່​ເປັນ​ໄປ​ຕາມ​ຂໍ້​ກຳ​ນົດ​ການ​ອະ​ນຸ​ຍາດ​ທີ່​ກ່ຽວ​ຂ້ອງ, ກົດ​ລະ​ບຽບ​ການ​ນຳ​ໃຊ້, ແລະ ກົດ​ໝາຍ​ບັງ​ຄັບ​ໃຊ້​ແມ່ນ​ຫ້າມ​ເຮັດ​ເດັດ​ຂາດ ແລະ ອາດ​ຈະ​ເຮັດ​ໃຫ້​ໄດ້​ຮັບ​ໂທດ​ທາງ​ອາ​ຍາ ແລະ ທາງ​ແພ່ງ​ຢ່າງ​ໜັກ. ຜູ້​ລະ​ເມີດ​ແມ່ນ​ສ່ຽງ​ຕໍ່​ການ​ຕັດ​ສິນ​ໂທດ​ຕາມ​ກົດ​ໝາຍ​ຂັ້ນ​ສູງ​ສຸດ​ໄດ້.

ກະລຸ​ນາ​ຕິດ​ຕໍ່​ຮ້ານ​ຄ້າ​ຂາຍ​ຍ່ອຍ MICROSOFT (ຕາມ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ແຈ້ງ​ການ ແລະ ຂໍ້​ການ​ສື່​ສານ​ຢູ່​ລຸ່ມ​ນີ້) ຖ້າ​ທ່ານ​ຢາກ​ຈະ​ອັດ​ສຳ​ເນົາ​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ​ສຳ​ລັບ​ຊອບ​ແວ​ທີ່​ໃສ່​ກ່ອງ​ໄວ້​ໂດຍ​ບໍ່​ຄ່າ​ໃຊ້​ຈ່າຍ​ໃດ ກ່ອນ​ທີ່​ທ່ານ​ຈະ​ເປີດ​ກ່ອງ​ຫຸ້ມ​ຫໍ່​ຊອບ​ແວ​ໃດ​ໜຶ່ງ.

​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂອື່ນ. ນອກ​ຈາກ​ຊອບ​ແວ ແລະ ຜະ​ລິດ​ຕະ​ພັນ​ທີ່​ສາ​ມາດ​ດາວ​ໂຫຼດ​ໄດ້​ອັນ​ອື່ນ​ແລ້ວ, ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ອື່ນ​ທີ່​ມີ​ໃຫ້​ຊື້ ຫຼື ທົດ​ລອງ​ໃຊ້​ຢູ່​ໃນ​ຮ້ານ​ຄ້າ​ອາດ​ຈະ​ຖືກ​ນຳ​ມາ​ສະ​ເໜີ​ໃຫ້​ທ່ານ​ນຳ​ອີກ ໂດຍ​ຂຶ້ນ​ກັບ​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ​ຜູ້​ໃຊ້​ທົ່ວ​ໄປ​ແຍກ​ຕ່າງ​ຫາກ, ຂໍ້​ກຳ​ນົດ​ການ​ນຳ​ໃຊ້, ຂໍ້​ກຳ​ນົດ​ການ​ບໍ​ລິ​ການ ຫຼື ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​ອື່ນ. ຖ້າ​ທ່ານ​ຊື້ ຫຼື ໃຊ້​ຜະ​ລິດ​ຕະ​ພັນ​ເຫຼົ່າ​ນັ້ນ, ທ່ານ​ອາດ​ຈະ​ຕ້ອງ​ໄດ້​ຍອມ​ຮັບ​ຂໍ້​ກຳ​ນົດ​ເຫຼົ່າ​ນັ້ນ​ເປັນ​ເງື່ອນ​ໄຂ​ອັນ​ໜຶ່ງ​ຂອງ​ການ​ຊື້, ການ​ຕິດ​​ຕັ້ງ, ຫຼື ການ​ນຳ​ໃຊ້.

ເພື່ອ​ຄວາມ​ສະ​ດວກ​ຂອງ​ທ່ານ, MICROSOFT ອາດ​ຈະ​ເຮັດ​ໃຫ້​ມີ​ຢູ່ເປັນ​ສ່ວນ​ຂອງ​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ ຫຼື ຢູ່​ໃນ​ຊອບ​ແວ​ຂອງ​ມັນ ຫຼື ການ​ຊື້​ຂາຍ, ເຄື່ອງ​ມື ແລະ ເຄື່ອງ​ໃຊ້​ສຳ​ລັບ​ການ​ນຳ​ໃຊ້ ແລະ/ຫຼື ການດາວ​ໂຫຼດ ທີ່​ບໍ່​ເປັນ​ສ່ວນ​ຂອງ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ຂາຍ​ໄປ​ແລ້ວ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້, MICROSOFT ບໍ່​ໃຫ້​ການ​ເປັນ​ຕົວ​ແທນ, ການ​ຮັບ​ປະ​ກັນ ຫຼື ການ​ຄ້ຳ​ປະ​ກັນ​ໃດ​ກ່ຽວ​ກັບ​ຄວາມ​ຖືກ​ຕ້ອງ​ຂອງ​ຜົນ​ໄດ້​ຮັບ ຫຼື ຜົນ​ອອກ​ມາ​ຈາກ​ເຄື່ອງ​ມື ຫຼື ເຄື່ອງ​ໃຊ້​ດັ່ງ​ກ່າວໃດໆ.

ກະ​ລຸ​ນາ​ເຄົາ​ລົບ​ຕໍ່​ສິດ​ທິ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ຜູ້​ອື່ນ ເມື່ອ​ໃຊ້​ເຄື່ອງ​ມື ຫຼື ເຄື່ອງໃຊ້​ຕ່າງໆ​ທີ່​ມີ​ໃຫ້​ຜ່ານ​ທາງ​ຮ້ານ​ຄ້າ, ຫຼື ຢູ່​ໃນ​ຊອບ​ແວ ຫຼື ຢູ່​ໃນ​ການຊື້​ຂາຍ.

13. ລະ​ຫັດ​ສຳ​ລັບ​ການ​ດາວ​ໂຫຼດ​ຊອບ​ແວ ແລະ ເນື້ອ​ໃນ. ຊອບ​ແວ ແລະ ເນື້ອ​ໃນ​ສະ​ເພາະ​ແມ່ນ​ຖືກ​ນຳ​ສົ່ງ​ໃຫ້​ແກ່​ທ່ານ​ໂດຍ​ການ​ເຮັດ​ໃຫ້​ມີ​ລິ້ງ​ການ​ດາວ​ໂຫຼດ​ພ້ອມ​ຢູ່​ໃນ​ບັນ​ຊີ Microsoft ຂອງ​ທ່ານ​​ພົວ​ພັນ​ກັບ​ການ​ຊື້​ຂອງ​ທ່ານ. ໂດຍ​ເປັນ​ໄປ​ຕາມ​ວັກ​ຢູ່​ລຸ່ມ​ນີ້, ປົກ​ກະ​ຕິນັ້ນ ພວກ​ເຮົາ​ເກັບ​ຮັກ​ສາ​ລິ້ງ​ການ​ດາວ​ໂຫຼດ ແລະ ລະ​ຫັດ​ດິ​ຈິ​ຕອ​ລ​ກ່ຽວ​ຂ້ອງສຳ​ລັບ​ການ​ຊື້​ເຫຼົ່າ​ນີ້​ໄວ້​ຢູ່​ໃນ​ບັນ​ຊີ Microsoft ຂອງ​ທ່ານ​ເປັນ​ເວ​ລາ 3 ປີ ຫຼັງ​ຈາກວັນ​ທີ​ຊື້, ແຕ່​ບໍ່​ໃຫ້​ຄຳ​ສັນ​ຍາ​ທີ່​ຈະ​ເກັບ​ຮັກ​ສາ​ພວກ​ມັນ​ໄວ້​ເປັນ​ໄລ​ຍະ​ເວ​ລາ​ສະ​ເພາະ​ໃດ​ໜຶ່ງ. ສຳ​ລັບ​ຜະ​ລິ​ດ​ຕະ​ພັນ​ການ​ສັ່ງ​ຊື້​ທີ່​ຖືກ​ຈັດ​ສົ່ງ​ໃຫ້​ໂດຍ​ການ​ໃຫ້​ລິ້ງ​ການ​ດາວ​ໂຫຼດ, ອາດ​ຈະ​ມີ​ການ​ນຳ​ໃຊ້​ຂໍ້​ກຳ​ນົດ​ ແລະ ສິດ​ການ​ເກັບ​ຮັກ​ສາ​ທີ່​ແຕກ​ຕ່າງ, ເຊິ່ງ​ທ່ານ​ຈະ​ສາ​ມາດ​ທົບ​ທວນ​ຄືນ ແລະ ເຫັນ​ດີ​ນຳ​ໃນ​ເວ​ລາ​ການ​ສັ່ງ​ຊື້​ຂອງ​ທ່ານ.

ທ່ານ​ເຫັນ​ດີ​ວ່າ ທ່ານ​ອາດ​ຈະ​ຍົກ​ເລີກ ຫຼື ດັດ​ແປງ​ໂປ​ຣ​ແກ​ຣມ​ການ​ເກັບ​ຮັກ​ສາ​ລະ​ຫັດ​ດິ​ຈິ​ຕອ​ລ​ຂອງ​ພວກ​ເຮົາ​ໃນ​ເວ​ລາ​ໃດ​ກໍ່​ໄດ້. ທ່ານ​ຍັງ​ເຫັນ​ດີ​ອີກວ່າ ພວກ​ເຮົາ​ອາດ​ຈະ​ຢຸດ​ການ​ສະ​ໜັບ​ສະ​ໜູນ​ການ​ເກັບ​ຮັກ​ສາ​ລະ​ຫັດ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ໜຶ່ງ ຫຼື ຫຼາຍ​ຜະ​ລິດ​ຕະ​ພັນ​ໃນ​ເວ​ລາ​ໃດ​ກໍ່​ໄດ້ ຫຼື ເຫດ​ຜົນ​ໃດ​ກໍ່​ໄດ້, ​ຕົວ​ຢ່າງ ລວມ​ທັງ​ໃນ​ຕອນ​ທ້າຍ​ຂອງ​ຮອບ​ວຽນ​ອາ​ຍຸ​ການ​ສະ​ໜັບ​ສະ​ໜູນ​ຜະ​ລິດ​ຕະ​ພັນ, ຫຼັງ​ຈາກ​ທີ່​ທ່ານ​ຈະ​ບໍ່​ມີ​ການ​ເຂົ້າ​ຫາ​ລິ້ງ​ການ​ດາວ​ໂຫຼດ ຫຼື ລະ​ຫັດ​ດິ​ຈິ​ຕອ​ລ​ໄດ້​ອີກ. ຖ້າ​ພວກ​ເຮົາ​ຍົກ​ເລີກ ຫຼື ດັດ​ແປງ​ໂປ​ຣ​ແກ​ຣມ​ຂອງ​ພວກ​ເຮົາ​ເ​ຊັ່ນ​ວ່າ ທ່ານ​ຈະ​ບໍ່​ເຂົ້າ​ຫາ​ລິ້ງ​ການ​ດາວ​ໂຫຼດ ຫຼື ລະ​ຫັດ​ດິ​ຈິ​ຕອລ​ຢູ່​ໃນ​ບັນ​ຊີ​ຂອງ​ທ່ານ​ໄດ້​ອີກ​ຕໍ່​ໄປ, ພວກ​ເຮົາ​ຈະ​ແຈ້ງ​ການ​ໃຫ້​ແກ່​ທ່ານ​ລ່ວງ​ໜ້າ​ຢ່າງ​ໜ້ອຍ 90 ວັນ ດ້ວຍ​ການ​ໃຊ້​ຂໍ້​ມູນ​ຕິດ​ຕໍ່​ສຳ​ລັບ​ບັນ​ຊີ Microsoft ທີ່​ກ່ຽວ​ຂ້ອງ.

14. ລາຄາ. ຖ້າ​ພວກ​ເຮົາ​ມີ​ຮ້ານ​ຄ້າ​ຂາຍ​ຍ່ອຍ Microsoft ຕັ້ງ​ຢູ່​ໃນ​ປະ​ເທດ ຫຼື ພາກ​ພື້ນ​ຂອງ​ທ່ານ, ລາ​ຄາ, ການ​ເລືອກ​ຜະ​ລິດ​ຕະ​ພັນ ແລະ ການ​ໂຄ​ສະ​ນາ​ຂາຍ​ທີ່​ສະ​ເໜີ​ໃຫ້​ຢູ່​ທີ່ນັ້ນ​ອາດ​ຈະ​ແຕກ​ຕ່າງ​ໄປ​ຈາກ​ບັນ​ດາ​ອັນ​ທີ່​ມີ​ຢູ່​ໃນ​ຮ້ານ​ຄ້າ​ອອນ​ລາຍ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້, Microsoft ບໍ່​​ຮັບ​ປະ​ກັນວ່າ ລາ​ຄາ, ຜະ​ລິດ​ຕະ​ພັນ ຫຼື ການ​ໂຄ​ສະ​ນາ​ຂາຍ​ທີ່​ສະ​ເໜີ​ໃຫ້​ທາງ​ອອ​ນ​ລາຍ​ຍັງ​ຈະ​ມີ​ໃຫ້ ຫຼື ໄດ້​ຮັບ​ກຽດ​ໃຫ້​ຢູ່​ທີ່​ຮ້ານ​ຄ້າ​ຂາຍ​ຍ່ອຍ Microsoft ຫຼື ໃນ​ທາງ​ປີ້ນ​ກັນ.

ຮ້ານ​ຄ້າ​ບໍ່​ມີ​ການ​ຮັບ​ປະ​ກັນ​ການ​ຈັບ​ຄູ່ລາ​ຄາໃຫ້​ຖືກ​ກັນ. ພວກ​ເຮົາ​ຈະ​ບໍ່ຈັບ​ຄູ່​ລາ​ຄາ​ໂຄ​ສະ​ນາ​ທີ່​ຜູ້​ຂາຍ​ຍ່ອຍ​ອື່ນ​ສະ​ເໜີ​ໃຫ້​ຕໍ່​ກັບ​ລາຍ​ການ​ສິນ​ຄ້າ​ດຽວ​ກັນ.

ພວກ​ເຮົາ​ອາດ​ຈະ​ສະ​ເໜີ​ທາງ​ເລືອກ​ໜຶ່ງ​ ເພື່ອ​ສັ່ງ​ບາງ​ຜະ​ລິດ​ຕະ​ພັນ​​ລ່ວງ​ໜ້າ ກ່ອນ​ມື້​ທີ່​ຈະ​ມີ​ສິນ​ຄ້າ. ເພື່ອ​ຮຽນ​ຮູ້​ເພີ່ມ​ເຕີມ​ກ່ຽວ​ກັບ​ນະ​ໂຍ​ບາຍ​ການ​​ສັ່ງ​ລ່ວງ​ໜ້າ​ຂອງ​ພວກ​ເຮົາ, ກະ​ລຸ​ນາ​ເບິ່ງໜ້າ​ສັ່ງ​ລ່ວງ​ໜ້າ https://go.microsoft.com/fwlink/p/?linkid=834935&clcid=0x0454 ຂອງ​ພວກ​ເຮົາ.

ນອກ​ຈາກວ່າ​ໄດ້​ກ່າວ​ເປັນ​ຢ່າງ​ອື່ນ​ໄວ້​ແລ້ວ, ລາ​ຄາ​ທີ່​ສະ​ແດງ​ໄວ້​ຢູ່​ໃນ​ຮ້ານ​ຄ້າ​ບໍ່​ລວມ​ພາ​ສີ ຫຼື ຄ່າ​ທຳ​ນຽມ​ຕ່າງໆ ("ພາ​ສີ") ທີ່​ອາດ​ຈະ​ໃຊ້​ກັບ​ການ​ຊື້​ຂອງ​ທ່ານ. ລາ​ຄາ​ສະ​ແດງ​ຢູ່​ໃນ​ຮ້ານ​ຄ້າ​ບໍ່​ລວມ​ຄ່າ​ຈັດ​ສົ່ງ​ໃດໆ. ພາ​ສີ ແລະ ຄ່າ​ຈັດ​ສົ່ງ (ຕາມ​ທີ່​ກຳ​ນົດ​ໄດ້) ແມ່ນ​ຈະ​ເອົາ​ເພີ່ມ​ເຂົ້າ​ໃສ່​ຈຳ​ນວນ​ຂອງ​ການ​ຊື້ ແລະ ສະ​ແດງ​ຢູ່​ໃນ​ໜ້າ​ແຈ້ງ​ອອກ. ທ່ານ​ມີ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ການ​ຈ່າຍ​ຄ່າ​ພາ​ສີ ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆເອົາ​ເອງທັງ​ໝົດ.

ຂຶ້ນ​ກັບ​ບ່ອນ​ທີ່​ທ່ານ​ຢູ່, ການ​ດຳ​ເນີນ​ການ​ບາງ​ອັນ​ອາດ​ຈະ​ຕ້ອງ​ມີ​ການປ່ຽນເປັນ​ເງິນ​ຕາ​ຕ່າງ​ປະ​ເທດ ຫຼື ​​ຖືກ​ດຳ​ເນີນ​ການ​ຢູ່​ໃນ​ປະ​ເທດ​ອື່ນ. ທະ​ນາ​ຄານ​ຂອງ​ທ່ານ​ອາດ​ຈະ​ເກັບ​ຄ່າ​ທຳ​ນຽມ​ເພີ່ມ​ເຕີມ​ນຳ​ທ່ານ​ ສຳ​ລັບ​ການ​ບໍ​ລິ​ການ​ເຫຼົ່າ​ນັ້ນ ເມື່ອ​ທ່ານ​ໃຊ້​ບັດ​ເຄຣ​ດິດ​ ຫຼື ບັດເດ​ບິດ. ກະ​ລຸ​ນາຕິດ​ຕໍ່​ທະ​ນາ​ຄານ​ຂອງ​ທ່ານ ເພື່ອ​ເບິ່ງ​ລາຍ​ລະ​ອຽດ.

15. ການ​ເລືອກ​ການ​ຕໍ່​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ. ໂດຍ​ມີ​ເງື່ອນ​ໄຂວ່າ ການ​ຕໍ່​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ນັ້ນ​ແມ່ນ​ໄດ້​ຮັບ​ອະ​ນຸ​ຍາດ​ຢູ່​ໃນ​ປະ​ເທດ, ພາກ, ແຂວງ/ເຂດ, ຫຼື ລັດ​ຂອງ​ທ່ານແລ້ວ, ທ່ານ​ອາດ​ຈະ​ເລືອກເອົາ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ໃຫ້​ຕໍ່​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ໄດ້​ໃນ​ຕອນ​ໝົດ​ໄລ​ຍະ​ການ​ບໍ​ລິ​ການ​ກຳ​ນົດ​ໄວ້. ຖ້າທ່ານ​ໄດ້​ເລືອກ​ໃຫ້​ມີ​ການ​ຕໍ່​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການຂອງ​ທ່ານ​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ແລ້ວ, ພວກ​ເຮົາ​ອາດ​ຈະ​ຕໍ່​​ຜະ​ລິດ​ຕະ​ພັນ ຫຼື ກາ​ນ​ບໍ​ລິ​ການ​ຂອງ​ທ່ານ​ໃໝ່​ໂດຍ​ອັດ​ຕະ​ໂນ​ມັດ​ໃນ​ເວ​ລາ​ໝົດ​ໄລ​ຍະ​ການ​ບໍ​ລິ​ການ​ປະ​ຈຸ​ບັນ ແລະ ເກັບ​ຄ່າ​ລາ​ຄາ​ປະ​ຈຸ​ບັນ​ສຳ​ລັບໄລ​ຍະ​ເວ​ລາ​ການ​ຕໍ່​ໃໝ່ກັບ​ທ່ານ, ນອກ​ຈາກວ່າ​ທ່ານ​ເລືອກ​ຍົກ​ເລີກ​​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ຕາມ​ທີ່​ໄດ້ອະ​ທິ​ບາຍ​ໄວ້​ຢູ່​ລຸ່ມ​ນີ້. ພວກ​ເຮົາ​ຈະ​ສົ່ງ​ໃບ​ບິນ​ສຳ​ລັບ​ການ​ຕໍ່​ໃໝ່​ໃຫ້​ທ່ານ​ຕາມ​ວິ​ທີ​ການ​ຊຳ​ລະ​ທີ່​ທ່ານ​ເລືອກ, ບໍ່​ວ່າ​ມັນ​ຈະ​ຢູ່​ໃນ​ແຟ້ມ​ໃນ​ວັນ​ທີ​ຕໍ່​ໃໝ່ ຫຼື ໄດ້ໃຫ້​ມາ​ພາຍ​ຫຼັງ. ທ່ານອາດ​ຈະຍົກ​ເລີກ​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການກ່ອນ​ວັນ​ທີ​ການ​ຕໍ່​ໃໝ່. ທ່ານ​ອາດ​ຈະ​ຍົກ​ເລີກ​ກ່ອນ​ວັນ​ທີ​ຕໍ່​ໃໝ່ ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ມີ​ການ​ສົ່ງ​ໃບ​ບິນ​ອອກ​ສຳ​ລັບ​ການ​ຕໍ່​ໃໝ່.

16. ນະ​ໂຍ​ບາຍ​ວ່າ​ດ້ວຍ​ການ​ສົ່ງ​ຄືນ. ພວກ​ເຮົາ​ຈະ​ຮັບ​ເອົາ​ການ​ສົ່ງ​ຄືນ ແລະ ການ​ແລກ​ປ່ຽນ​ສຳ​ລັບ​ຜະ​ລິດ​ຕະ​ພັນ​ທີ່​ມີ​ສິດ​ສົ່ງ​ຄືນ​ເປັນ​ເວ​ລາ 14 ວັນ​ນັບ​ຈາກວັນ​ທີ​ຊື້ ຫຼື ດາວ​ໂຫຼດ, ຕາມ​ທີ່​ກຳ​ນົດ​ໄດ້. ສົ່ງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ສິດ​​ສົ່ງ​ຄືນ​ງ່າຍໆ​ຢູ່​ໃນ​ສະ​ພາບ​ຄື​ກັບ​ອັນໃໝ່ ແລະ ຢູ່​ໃນ​ກ່ອງ​ເດີມ​ຂອງ​ມັນ, ພ້ອມ​ກັບ​ອາ​ໄຫຼ່, ເຄື່ອງ​ປະ​ກອບ, ຄູ່​ມື​ແນະ​ນຳ ແລະ ເອ​ກະ​ສານ​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ເບື້ອງ​ຕົ້ນ. ນະ​ໂຍ​ບາຍ​ການ​ສົ່ງ​ຄືນ​ນີ້​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ສິດ​ຕາມ​ກົດ​ໝາຍ​ອັນ​ໃດ ທີ່​ອາດ​ຈະ​ນຳ​ໃຊ້​ກັບ​ການ​ຊື້​ຂອງ​ທ່ານ.

ຊອບ​ແວ ແລະ ເກມ​ທີ່​ຢູ່​ໃນ​ແພັກ​ເກດ​ຕ້ອງ​ໄດ້​ສົ່ງ​ຄືນ​ໂດຍ​ບໍ່​ມີ​ການ​ແຕະ​ຕ້ອງ​ປ້າຍປິດ​ຂອງ​ພວກ​ມັນ ແລະ ຕ້ອງ​ມີ​ທຸກ​ມີ​ເດຍ ແລະ ລະ​ຫັດ​ຜະ​ລິດ​ຕະ​ພັນ​ນຳ. ຕາມ​ຂໍ້​ຍົກ​ເວັ້ນ​ທີ່​ຖືກ​ຈຳ​ກັດ, ແພັກ​ເກດຊອບ​ແວ ແລະ ເກມ​ທີ່​ໄດ້​ເປີດນັ້ນ​ອາດ​ຈະ​ຖືກ​ສົ່ງ​ກັບ​ຄືນ​ໃນ​ລະ​ຫວ່າງ​ໄລ​ຍະ​ເວ​ລາ​ການ​ສົ່ງ​ຄືນ ຖ້າ​ທ່ານ​ບໍ່​ເຫັນ​ດີ​ກັບ​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ, ແຕ່​​ສົ່ງ​ຄືນ​ໄດ້​ພຽງ​ແຕ່​ຖ້າ​ທ່ານ​ບໍ່​ໄດ້​ສ້າງ ຫຼື ໃຊ້​ອັນ​ໃດ​ຂອງ​ມັນເທົ່າ​ນັ້ນ.

ບາງ​ລາຍ​ການ​ແມ່ນ​ບໍ່​ມີ​ສິດ​ສົ່ງ​ຄືນ; ນອກ​ຈາກວ່າ​ກົດ​ໝາຍ​ກຳ​ນົດ ຫຼື ໂດຍ​ການ​ສະ​ເໜີ​ຜະ​ລິດ​ຕະ​ພັນ​ອື່ນ​ໃຫ້, ​ການ​ຊື້​ຜະ​ລິດ​ຕະ​ພັນ​ປະ​ເພດ​ນີ້​ທັງ​ໝົດ​ແມ່ນ​ເປັນ​ອັນ​ສຸດ​ທ້າຍ ແລະ ບໍ່​ສາ​ມາດ​ສົ່ງ​ເງິນ​ຄືນ​ໄດ້ຄື:

ແອັບ​​ດິ​ຈິ​ຕອ​ລ, ເກມ, ເນື້ອ​ໃນ ແລະ ການ​ສັ່ງ​ຊື້​ຢູ່​ໃນ​ແອັບ, ເພງ, ຮູບ​ເງົາ, TV ໂຊ, ແລະ ເນື້ອ​ໃນ​ກ່ຽວ​ຂ້ອງ;

ບັດ​ຂອງ​ຂວັນ ແລະ ບັດ​ບໍ​ລິ​ການ/ການ​ສັ່ງ​ຊື້ (ຕົວ​ຢ່າງ, Skype, Xbox Live, Groove Music Pass);

ຜະ​ລິດ​ຕະ​ພັນ​ທີ່​ຖືກ​ເຮັດ​ໃຫ້​ເປັນ​ສ່ວນ​ຕົວ ຫຼື ກຳ​ນົດ​ເອງ​ແລ້ວ;

ຜະ​ລິດ​ຕະ​ພັນ​ສັ່ງ​ພິ​ເສດ, ຖ້າ​ບໍ່​ແມ່ນ​ສ່ວນ​ໜຶ່ງ​ຂອງ​ການ​ສະ​ເໜີ​ໃຫ້​ເປັນ​ການ​ໂຄ​ສະ​ນາ​ຂອງ​ຮ້ານ​ຄ້າ;

ຜະ​ລິດ​ຕະ​ພັນ​ຄວາມ​ຈຳ​ເຂົ້າ​ຫາ​ແບບ​ສຸ່ມ ("RAM");

ການ​ບໍ​ລິ​ການ​ທີ່​ຖືກ​ສະ​ແດງ ຫຼື ໃຊ້​ໄປ​ແລ້ວ​; ແລະ

ລາຍ​ກາ​ນ​ຊຳ​ລະ​ສະ​ສາງ ຫຼື ບັນ​ດາ​ອັນ​ທີ່​ໄດ້​ໝາຍ​ໄວ້​ດ້ວຍ​ການ​ກຳ​ນົດ​ໃຫ້​ເຊັ່ນ "ຂາຍ​ສຸດ​ທ້າຍ" ຫຼື "ບໍ່​ສົ່ງ​ເງິນ​ຄືນ".

ເມື່ອ​ທ່ານ​ສົ່ງ​ຄືນ​ຕາມ​ເງື່ອນ​ໄຂ​ກຳ​ນົດ, ພວກ​ເຮົາ​ຈະ​ສົ່ງ​ເງິນ​ຄືນ​ໃຫ້​ເຕັມ​ຈຳ​ນວນ, ຫຼຸດ​ຄ່າ​ບໍ​ລິ​ການ​ຈັດ​ສົ່ງ​ເບື້ອງ​ຕົ້ນ ແລະ ການ​ຈັດ​ການ​ໃຫ້ (ຖ້າ​ມີ), ແລະ ​ໂດຍ​ທົ່ວ​ໄປ​ທ່ານ​ຈະ​ໄດ້​ຮັບ​ເງິນ​ສົ່ງ​ຄືນ​ຂອງ​ທ່ານ​ຢູ່​ໃນ​ເວ​ລາ​ປະ​ມານ 3-5 ວັນ​ເຮັດ​ວຽກ. ການ​ສົ່ງ​ເງິນ​ໃດ​ໜຶ່ງ​ຄືນ​ຈະ​ສົ່ງ​ຄືນ​ໃຫ້​ກັບ​ບັນ​ຊີ​ເດີມ, ແລະ ດ້ວຍ​ການ​ໃຊ້​ວິ​ທີ​ການ​ຊຳ​ລະ​ເດີມ, ທີ່​ໄດ້​ໃຊ້​ເພື່ອ​ທຳ​ການ​ອໍ​ເດີ (ນອກ​ຈາກວ່າ ທ່ານ​ເລືອກ​ເຄ​ຣ​ດິດ​ຂອງ​ຮ້ານ​ຄ້າ​ຢູ່​ໃນ​ຈຳ​ນວນ​ຂອງ​ເງິນ​ສົ່ງ​ຄືນ).

ສຳ​ລັບ​ລາຍ​ລະ​ອຽດ​ທັງ​ໝົດ​ກ່ຽວ​ກັບ​ວິ​ທີ​ສົ່ງ​ຜະ​ລິດ​ຕະ​ພັນ​ທີ່​ມີ​ສິດ​ສົ່ງ​ຄືນນັ້ນ, ໃຫ້​ເບິ່ງໜ້າ​ການ​ສົ່ງ​ຄືນ ແລະ ການ​ສົ່ງ​ເງິນ​ຄືນ https://go.microsoft.com/fwlink/p/?linkid=723276&clcid=0x0454 ຂອງ​ພວກ​ເຮົາ.

ຖ້າ​ທ່ານ​ຢູ່​ໃນ​ປະ​ເທດ​ໄຕ້​ຫວັນ, ກະ​ລຸ​ນາ​ຈື່​ໄວ້​ວ່າ ອີງ​ຕາມ​ກົດ​ໝາຍ​ການ​ປົກ​ປ້ອງ​ຜູ້​ຊົມ​ໃຊ້​ຂອງ​ປະ​ເທດ​ໄຕ້​ຫວັນ ແລະ ກົດ​ລະ​ບຽບ​ທີ່​ກ່ຽວ​ຂ້ອງ​ຂອງ​ມັນ​ແລ້ວ, ການ​ຊື້​ທຸກ​ອັນ​ທີ່​ກ່ຽວ​ຂ້ອງ​ກັບ​ເນື້ອ​ໃນ​ດິ​ຈິ​ຕອ​ລ​ທີ່​ຈັດ​ໃຫ້​ຜ່ານ​ຮູບ​ແບບ​ນາມ​ມະ​ທຳ ແລະ/ຫຼື ການ​ບໍ​ລິ​ການ​ອອນ​ລາຍ​ແມ່ນ​ເປັນ​ອັນ​ສຸດ​ທ້າຍ ແລະ ບໍ່​ສາ​ມາດ​ສົ່ງ​ເງິນ​ຄືນ​ໄດ້ ເມື່ອ​ເນື້ອ​ໃນ ຫຼື ການ​ບໍ​ລິ​ການ​ດັ່ງ​ກ່າວ​ໄດ້​ຮັບ​ການ​ຈັດ​ໃຫ້​ທາງ​ອອນ​ລາຍ. ທ່ານ​ບໍ່​ມີ​ສິດ​ຮຽກ​ຮ້ອງ​ຕໍ່​ໄລ​ຍະ​ທີ່​ເຮັດ​ໃຫ້​ມີ​ຄວາມ​ສະ​ຫງົບ​ລົງໃດໆ ຫຼື ການ​ສົ່ງ​ເງິນ​ຄືນ​ໃດໆ​ໄດ້.

17. ການ​ຊຳ​ລະ​ໃຫ້​ກັບ​ທ່ານ. ຖ້າ​ພວກ​ເຮົາ​ຕິ​ດ​ຄ້າງ​ການ​ຊຳ​ລະ​ໃຫ້​ກັບ​ທ່ານ, ​ທ່ານ​ເຫັນ​ດີ​ໃຫ້​ຂໍ້​ມູນ​ໃດ​ໜຶ່ງ​ທີ່​ພວກ​ເຮົາ​ຕ້ອງ​ການ​ທັນ​ກັບ​ເວ​ລາ ແລະ ​ຖືກ​ຕ້ອງ ເພື່ອ​ເອົາ​ການ​ຊຳ​ລະ​ນັ້ນ​ໃຫ້​ກັບ​ທ່ານ. ທ່ານ​ຮັບ​ຜິດ​ຊອບ​ຕໍ່​ການ​ຊຳ​ລະ​ຄ່າ​ພາ​ສີ ແລະ ຄ່າທຳ​ນຽມ​ໃດ​ໜຶ່ງ​ທີ່​ອາດ​ຈະ​ເກີດ​ຂຶ້ນກັບ​ທ່ານ ເນື່ອງ​ຈາກ​ຜົນ​ຂອງ​ການ​ຊຳ​ລະ​ນີ້​ໃຫ້​ກັບ​ທ່ານ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້, ທ່ານ​ຕ້ອງ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ອື່ນໆ​ທີ່​ພວກ​ເຮົາ​ວາງ​ຕໍ່​ກັບ​ສິດ​ຂອງ​ທ່ານ​ຕໍ່​ການ​ຊຳ​ລະ​ໃດ​ໜຶ່ງ. ຖ້າ​ທ່ານ​ໄດ້​ຮັບ​ການ​ຊຳ​ລະ​ທີ່​ມີ​ການ​ຜິດ​ພາດ, ພວກ​ເຮົາ​ອາດ​ຈະ​ປີ້ນ​ຄືນ ຫຼື​ ຮຽກ​ຮ້ອງ​ໃຫ້​ມີ​ການ​ສົ່ງ​ການ​ຊຳ​ລະ​ຄືນ. ທ່ານ​ເຫັນ​ດີ​ຮ່ວມ​ມື​ກັບ​ພວກ​ເຮົາ​ໃນ​ຄວາມ​ພະ​ຍາມ​ຂອງ​ພວກ​ເຮົາ​ທີ່​ຈະ​ດຳ​ເນີນ​ການ​ນີ້. ພວກ​ເຮົາ​ຍັງ​ອາດ​ຈະ​ຫຼຸດ​ການ​ຊຳ​ລະ​ໃຫ້​ແກ່​ທ່ານ​ລົງ​ໂດຍ​ບໍ່​ມີ​ການ​ແຈ້ງບອກ ເພື່ອ​ປັບ​ໄປ​ໃຊ້​ການ​ຊຳ​ລະ​ເກີນ​ໃດ​ໜຶ່ງ​ຜ່ານ​ມາ.

18. ບັດຂອງຂວັນ. ບັດ​ຂອງ​ຂວັນ​ຊື້​ຢູ່​ໃນ​ຮ້ານ​ຄ້າ​ຍ່ອຍ Microsoft ແມ່ນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍ​ຂໍ້​ຕົກ​ລົງ​ບັດ​ຂອງ​ຂວັນ​ຂາຍ​ຍ່ອຍ​ມີຢູ່​ທີ່ https://www.microsoftstore.com/store/msusa/html/pbPage.Help_Retail_Stores#GiftCards.

ຂໍ້​ມູນ​ຢູ່​ໃນ​ບັດ​ຂອງ​ຂວັນ Skype ແມ່ນ​ມີ​ໃຫ້​ຢູ່​ໃນ​ໜ້າ​ຊ່ວຍເຫຼືອ​ຂອງ Skype (https://support.skype.com/en/faq/FA12197/what-is-a-skype-gift-card-and-where-can-i-buy-one).

ການ​ຖອນ​ຄືນ ແລະ ການ​ນຳ​ໃຊ້​ບັດ​ຂອງ​ຂວັນ Microsoft ອື່ນໆ​ແມ່ນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ໂດຍ​ຂໍ້​ກຳ​ນົດ ແລະ ເງື່ອນ​ໄຂ​ບັດ​ຂອງ​ຂວັນ Microsoft (https://commerce.microsoft.com/PaymentHub/Help/Show/toc_link_no_62).

19. ການ​ບໍ​ລິ​ການ​ລູກ​ຄ້າ. ກະ​ລຸ​ນາ​ເຂົ້າ​ເບິ່ງໜ້າ​ການ​ຂາຍ ແລະ ການ​ສະ​ໜັບ​ສະ​ໜູນ https://go.microsoft.com/fwlink/p/?linkid=824761&clcid=0x0454 ຂອງ​ພວກ​ເຮົາ ເພື່ອ​ເບິ່ງ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ທາງ​ເລືອກ​ການບໍ​ລິ​ການ​ລູກ​ຄ້າ.

ຂໍ້ກຳນົດທົ່ວໄປ

20. ​ການ​ປ່ຽນ​ແປງຂໍ້ກຳນົດ. Microsoft ​ອາດ​ຈະ​ປ່ຽນ​ແປງ​ຂໍ້​ກຳ​ນົດ​ວ່າ​ດ້ວຍການ​ຂາຍໄດ້ທຸກ​ເວ​ລາ ແລະ ໂດຍ​ບໍ່​ມີ​ການ​ແຈ້ງບອກທ່ານ. ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ບັງ​ຄັບ​ໃຊ້​ຢູ່​ໃນ​ເວ​ລາ​ທີ່​ທ່ານ​ວາງ​ອໍ​ເດີ​ຂອ​ງ​ທ່ານ​ຈະ​ຄຸ້​ມ​ຄອງ​ການ​ຊື້​ຂອງ​ທ່ານ ແລະ ໃຊ້​ເປັນ​ສັນ​ຍາ​ການ​ຊື້​ລະ​ຫວ່າງ​ພວກ​ເຮົາ. ກ່ອນ​ຈະ​ຮອດ​ການ​ຊື້​ຄັ້ງ​ຕໍ່​ໄປ​ຂອງ​ທ່ານ, Microsoft ອາດ​ຈະໄດ້​ປ່ຽນ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ໂດຍ​ບໍ່​ມີ​ການ​ແຈ້ງ​ໃຫ້​ທ່ານໄດ້. ກະ​ລຸ​ນາ​ທົບ​ທວນ​ເບິ່ງ​ຂໍ້​ກຳ​ນົດ​ວ່າ​ດ້ວຍການ​ຂາຍໃນ​ແຕ່​ລະ​ຄັ້ງ​ທີ່​ທ່ານ​ເຂົ້າ​ໄປ​ເບິ່ງ​ຮ້ານ​ຄ້າ. ພວກ​ເຮົາ​ແນະ​ນຳ​ໃຫ້​ທ່ານ​ບັນ​ທຶກ ຫຼື ພິມ​ເອົາ​ສຳ​ເນົາ​ຂອງ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ໄວ້​ເປັນ​ເອ​ກະ​ສານ​ອ້າງ​ອີງ​ໃນ​ອະ​ນາ​ຄົດ ເມື່ອ​ທ່ານ​ທຳ​ການ​ຊື້.

21. ຂໍ້​ຈຳ​ກັດ​ອາ​ຍຸ. ຂໍ້​ຈຳ​ກັດ​ອາ​ຍຸ​ອາດ​ຈະ​ນຳ​ໃຊ້​ກັບການ​ໃຊ້​ຮ້າ​ນ​ຄ້າ​ຂອງ​ທ່ານ, ລວມ​ທັງ​ການ​ຊື້​ຕ່າງໆ.

22. ຄວາມ​ລັບ​ສ່ວນ​ຕົວ ແລະ ການ​ປົກ​ປ້ອງ​ຂໍ້​ມູນ​ສ່ວນ​ຕົວ. ຄວາມລັບສ່ວນ​ຕົວ​ຂອງ​ທ່ານ​ມີ​ຄວາມ​ສຳ​ຄັນ​ຕໍ່​ພວກ​ເຮົາ. ພວກ​ເຮົາ​ໃຊ້​ຂໍ້​ມູນ​ແນ່ນອນ​ທີ່​ພວກ​ເຮົາ​ເກັບ​ເອົາ​ມາ​ຈາກ​ທ່ານ ເພື່ອ​ດຳ​ເນີນ​ການ ແລະ ຈັດ​ໃຫ້​ຮ້ານ​ຄ້າ. ກະ​ລຸ​ນາ​ອ່ານຄຳ​ຢັ້ງ​ຢືນ​ວ່າ​ດ້ວຍ​​ຄວາມ​ລັບ​ສ່ວນ​ຕົວຂອງ Microsoft ເນື່ອງ​ຈາກ​ມັນ​ອະ​ທິ​ບາຍ​ປະ​ເພດ​ຂອງ​ຂໍ້​ມູນ ທີ່​ພວກ​ເຮົາ​ເກັບ​ເອົາ​ມາ​ຈາກ​ທ່ານ ແລະ ອຸ​ປະ​ກອນ​ຂອງ​ທ່ານ ("ຂໍ້​ມູນ") ​ແລະ ພວກ​ເຮົາ​ໃຊ້​ຂໍ້​ມູນ​ຂອງ​ທ່ານ​ແນວ​ໃດ. ຄຳ​ຢັ້ງ​ຢືນ​ວ່າ​ດ້ວຍຄວາມ​ລັບ​​ສ່ວນ​ຕົວຍັງ​ອະ​ທິ​ບາຍວິ​ທີ​ທີ່ Microsoft ໃຊ້​ການ​ສື່​ສານ​ຂອງ​ທ່ານ​ກັບ​ຜູ້​ອື່ນ; ການ​ໂພ​ສ​ທ໌ ຫຼື​ ຄຳ​ຕິ​ຊົມ​ທີ່​ທ່ານ​ສະ​ເໜີໃຫ້​ Microsoft ຜ່ານ​​ຮ້ານ​ຄ້າ; ແລະ ​ໄຟ​ລ໌, ຮູບ, ເອ​ກະ​ສານ, ສຽງ, ວຽກ​ດິ​ຈິ​ຕອ​ລ, ແລະ ​ວິ​ດີ​ໂອ​ທີ່​ທ່ານ​ອັບ​ໂຫຼດ, ເກັບ​ຮັກ​ສາ ຫຼື​ ແຊ​ຣ໌​​ຢູ່​ໃນ​ອຸ​ປະ​ກອນ​ຂອງ​ທ່ານ ຫຼື ຜ່ານ​ຮ້ານ​ຄ້າ ("ເນື້ອ​ໃນ​ຂອງ​ທ່ານ"). ໂດຍ​ການ​ໃຊ້​ຮ້ານ​ຄ້າ, ທ່ານ​ຍິນຍອມໃຫ້ການ​ເກັບ​ກຳ​ຂອງ Microsoft, ນຳ​ໃຊ້​ ແລະ ​​ເປີດ​ເຜີຍ​ເນື້ອ​ໃນ ແລະ​ ຂໍ້​ມູນ​ຂອງ​ທ່ານຕາມ​ທີ່​ໄດ້​ອະ​ທິ​ບາຍ​ໄວ້​ຢູ່​ໃນ​ຄຳ​ຢັ້ງ​ຢືນການ​ຮັກ​ສາ​ຄວາມ​ລັບສ່ວນ​ຕົວ​ຢ່າງ​ຈະ​ແຈ້ງ.

23. ການ​ສະ​ແດງ ແລະ ສີ​ຂອງ​ຜະ​ລິດ​ຕະ​ພັນ. Microsoft ພະ​ຍາ​ຍາມ​ສະ​ແດງ​ສີ​ສັນ​ ແລະ ຮູບ​ພາບ​ຂອງ​ຜະ​ລິດ​ຕະ​ພັນຢ່າງ​ຖືກ​ຕ້ອງ ແຕ່​ພວກ​ເຮົາ​ບໍ່​ສາ​ມາດ​ຮັບ​ປະ​ກັນ​ໄດ້​ວ່າ ສີ​ທີ່​ທ່ານ​ເຫັນ​ຢູ່​ໃນ​ໜ້າ​ຈໍ​ອຸ​ປະ​ກອນ ຫຼື ຈໍ​ຕິດ​ຕາມ​ຂອງ​ທ່ານ​ຈະ​ຖືກ​ກັບ​ສີ​ຂອງ​ຜະ​ລິດ​ຕະ​ພັນ​ແທ້ໆ​ໄດ້.

24. ຄວາມ​ຜິດ​ພາດ​ຢູ່​ໃນ​ການ​ນຳ​ສະ​ເໜີ​ຮ້ານ​ຄ້າ. ພວກ​ເຮົາ​ເຮັດ​ວຽກ​ຢ່າງ​ໜັກ ເພື່ອ​ຕີ​ພິມ​ເຜີຍ​ແຜ່​ຂໍ້​ມູນ​ຢ່າງ​ຖືກ​ຕ້ອງ, ອັບ​ເດດ​ຮ້ານ​ຄ້າ​ຢ່າງ​ເປັນ​ປົກ​ກະ​ຕິ, ແລະ ແກ້​ໄຂ​ຄວາມ​ຜິດ​ພາດ​ໃຫ້​ຖືກ​ຕ້ອງ​ເມື່ອ​ຄົ້ນ​ພົບ. ເຖິງ​ແນວ​ໃດ​ກໍ່​ຕາມ, ເນື້ອ​ໃນ​ໃດ​ໜຶ່ງ​ຢູ່​ໃນ​ຮ້ານ​ຄ້າ​ອາດ​ຈະ​ບໍ່​ຖືກ​ຕ້ອງ ຫຼື ຫຼ້າ​ສະ​ໄໝ​ແລ້ວ​ໃນ​ເວ​ລາ​ທີ່​ເອົາ​ໃຫ້​ນັ້ນ. ພວກ​ເຮົາ​ສະ​ຫງວນ​ສິດ​ທີ່​ຈະ​ເຮັດ​ການ​ປ່ຽນ​ແປງ​ກັບ​ຮ້ານ​ຄ້າ​ໄດ້​ທຸກ​ເວ​ລາ, ລວມ​ທັງ​ລາ​ຄາ​ຜະ​ລິດ​ຕະ​ພັນ, ຂໍ້​ກຳ​ນົດ​ສະ​ເພາະ, ການ​ສະ​ເໜີ​ໃຫ້ ແລະ ການ​ມີ​ພ້ອມ​ໃຫ້.

25. ການ​ສິ້ນ​ສຸດ​ການ​ນຳ​ໃຊ້ ຫຼື ການ​ເຂົ້າ​ຫາ. Microsoft ອາດ​ຈະ​ຍົກ​ເລີກ​ບັນ​ຊີ​ຂອງ​ທ່ານ ຫຼື ການ​ນຳ​ໃຊ້​ຮ້ານ​ຄ້າ​ໃນ​ເວ​ລາ​ໃດ​ກໍ່​ໄດ້ ດ້ວຍ​ເຫດ​ຜົນ​ໃດ​ກໍ່​ໄດ້, ລວມ​ທັງ​ບໍ່​ຈຳ​ກັດ​ແຕ່​ຖ້າ​ທ່ານ​ລະ​ເມີດ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້ ຫຼື ນະ​ໂຍ​ບາຍ​ວ່າ​ດ້ວຍ​ຮ້ານ​ຄ້າ, ຫຼື ຖ້າ​ຮ້ານ​ຄ້າ​ບໍ່​ແມ່ນ Microsoft ດຳ​ເນີນ​ງານ​ອີກ​ຕໍ່​ໄປ. ໂດຍ​ການ​ໃຊ້​ຮ້ານ​ຄ້າ, ທ່ານ​ເຫັນ​ດີ​ທີ່​ຈະ​ຮັບ​ຜິດ​ຊອບ (ຕາມ​ຂໍ້​ກຳ​ນົດ​ເຫຼົ່າ​ນີ້) ຕໍ່​ອໍ​ເດີ​ໃດ​ໜຶ່ງ​ທີ່​ທ່ານ​ສັ່ງ ຫຼື ຄ່າ​ທຳ​ນຽມ​ຕ່າງໆທີ່​ເກີດ​ຂຶ້ນ​ກັບ​ທ່ານ​ກ່ອນ​ການ​ຍົກ​ເລີກ​ດັ່ງ​ກ່າວ. Microsoft ​ອາດ​ຈະ​ປ່ຽນ​ແປງ​, ຢຸດ​ສືບ​ຕໍ່, ຫຼື ງົດ​ຮ້ານ​ຄ້າໄດ້ທຸກ​ເວ​ລາ ດ້ວຍ​ເຫດ​ຜົນ​ໃດ​ໜຶ່ງ, ແລະ ໂດຍ​ບໍ່​ມີ​ການ​ແຈ້ງບອກທ່ານ​ກ່ອນ.

26. ການ​ຮັບ​ປະ​ກັນ ແລະ ຂໍ້​ຈຳ​ກັດ​ການ​ຊົດ​ໃຊ້​ຄວາມ​ເສຍ​ຫາຍ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ທ້ອງ​ຖິ່ນ​ຂອງ​ທ່ານ​ອະ​ນຸ​ຍາດ, MICROSOFT ແລະ ຜູ້​ສະ​ໜອງ​, ຜູ້​ຈຳ​ໜ່າຍ, ຜູ້​ຂາຍ​ຄືນ, ແລະ ຜູ້​ໃຫ້​ບໍ​ລິ​ການ​ເນື້ອ​ໃນ​ຂອງ​ມັນ​ບໍ່​ໃຫ້​ການ​ຮັບ​ປະ​ກັນ, ການ​ຄ້ຳ​ປະ​ກັນ, ຫຼື ເງື່ອນ​ໄຂ​ໃດ​ທີ່ບອກ​ແຈ້ງ ຫຼື ບໍ່​ບອກ​ແຈ້ງ, ລວມ​ທັງ​ຕໍ່​ກັບ​ການ​ຊື້​ຂາຍ​ໄດ້, ຄຸນ​ນະ​ພາບ​ທີ່​ເພິ່ງ​ພໍ​ໃຈ, ຄວາມ​ເໝາະ​ສົມ​ສຳ​ລັບ​ຈຸດ​ປະ​ສົງ​ສະ​ເພາະ, ຄວາມ​ພະ​ຍາ​ຍາມ​ໃຫ້​ຄື​ກັບ​ຄົນ​ເຮັດ, ຕຳ​ແໜ່ງ, ຫຼື ການ​ບໍ່​ລະ​ເມີດ​ໃດໆ. ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ທີ່​ຂາຍ​ໄປ ຫຼື ມີ​ຢູ່​ໃນ​ຮ້ານ​ຄ້າ​ແມ່ນ​ໄດ້​ຮັບ​ປະ​ກັນ​ພຽງ​ແຕ່​ພາຍ​ໃຕ້​ຂໍ້​ຕົກ​ລົງ​ການ​ອະ​ນຸ​ຍາດ​ໃດ​ໜຶ່ງ ຫຼື ການ​ຮັບ​ປະ​ກັນ​ຂອງ​ຜູ້​ຜະ​ລິດ​ທີ່​ມາ​ກັບ​ພວກ​ມັນ​ເທົ່າ​ນັ້ນ. ຍົກ​ເວັ້ນ​ຕາມ​ທີ່​ໄດ້​ໃຫ້​ໄວ້​ຢູ່​ພາຍ​ໃຕ້​ຂໍ້​ກຳ​ນົດ​ການ​ອະ​ນຸ​ຍາດ​ທີ່​​ໃຫ້​ມາ​ນຳ ຫຼື ການ​ຮັບ​ປະ​ກັນ​ຂອງ​ຜູ້​ຜະ​ລິດ ແລະ ຂຶ້ນ​ຢູ່​ກັບ​ສິດຕາມ​ກົດ​ໝາຍ​ຂອງ​ທ່ານ:

ການ​ຊື້ ແລະ ການ​ໃຊ້​ຂອງ​ທ່ານ​ແມ່ນ​ເປັນ​ຄວາມ​ສ່ຽງ​ຂອງ​ທ່ານ​ເອງ;

ພວກ​ເຮົາ​ໃຫ້​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ "ຕາມ​ທີ່​ເປັນ," "ດ້ວຍ​ຄວາມ​ຜິດ​ທັງ​ໝົດ," ແລະ "ຕາມ​ທີ່​ມີ​ໃຫ້";

ທ່ານ​ຮັບ​ຜິດ​ຊອບ​ຄວາມ​ສ່ຽງ​ຕາມ​ຄຸນ​ນະ​ພາບ ແລະ ການ​ໃຊ້​ງານ​ຂອງ​ພວກ​ມັນ; ແລະ

ທ່ານ​ຮັບ​ຜິດ​ຊອບ​ຕໍ່​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ​ຂອງ​ການ​ບໍ​ລິ​ການ ຫຼື​ ການ​ສ້ອມ​ແປງ​​ທີ່​ຈຳ​ເປັນ.

MICROSOFT ບໍ່​ຮັບ​ປະ​ກັນ​ຄວາມ​ຖືກ​ຕ້ອງ ຫຼື ຄວາມ​ທັນ​ການ​ຂອງ​ຂໍ້​ມູນ​ທີ່​ມີ​ໃຫ້​ຈາກ​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ. ທ່ານ​ຮັບ​ຮູ້​ວ່າ ຄອມ​ພິວ​ເຕີ ແລະ​ ລະ​ບົບ​ການ​ສື່​ສານ​ບໍ່​ແມ່ນ​ບໍ່​ມີ​ຂໍ້​ຜິດ​ພາດ ແລະ ມີ​ເວ​ລາໃຊ້​ບໍ່​ໄດ້​ເກີດ​ຂຶ້ນ. ພວກ​ເຮົາ​ບໍ່​ຮັບ​ປະ​ກັນ​ວ່າ ການ​ເຂົ້າ​ຫາ​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ​ຈະ​ບໍ່​ມີ​ການ​​ຂັດ​ຂ້ອງ, ຖືກ​ເວ​ລາ, ຮັບ​ປະ​ກັນ, ຫຼື ບໍ່​ມີ​ຂໍ້​ຜິດ​ພາດ ແລະ ຈະ​ບໍ່​ມີ​ການ​ເສຍ​ຂໍ້​ມູນ​ເກີດ​ຂຶ້ນ.

ເຖິງ​ແມ້​ວ່າ​ຈະ​ມີ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້​ກໍ່​ຕາມ, ຖ້າ​ທ່ານ​ມີ​ພື້ນ​ຖານ​ໃດ​ໜຶ່ງ​ສຳ​ລັບ​ການ​ກູ້​ຄວາມ​ເສຍ​ຫາຍ​ຕ່າງໆ​​ທີ່​ເກີດ​ຂຶ້ນ​ຈາກຫຼືກ່ຽວ​ຂ້ອງ​ກັບ​ຮ້ານ​ຄ້າ, ການ​ບໍ​ລິ​ການ, ຫຼືຜະ​ລິດ​ຕະ​ພັນຫຼືການ​ບໍ​ລິ​ການ​ໃດ​ໜຶ່ງ​ທີ່​ສະ​ເໜີ​ໃຫ້​ນັ້ນ​ຄືນ, ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດແລ້ວ, ການ​ກູ້​ຄືນ​ມາ​ທັງ​ໝົດ​ຂອງ​ທ່ານ​ແມ່ນ​ຈະ​ກູ້​ຄືນ​ມາ​ຈາກ Microsoft ຫຼືຜູ້​ສະ​ໜອງ ITS, ຜູ້​ຂາຍ​ຄືນ​ໃໝ່, ຜູ້​ຈຳ​ໜ່າຍ, ແລະຜູ້​ໃຫ້​ບໍ​ລິ​ການ​ເນື້ອ​ໃນ​ຕໍ່​ຄວາມ​ເສຍ​ຫາຍ​ທັງ​ໝົດ​ໂດຍ​ກົງ​ໄດ້​ເຖິງ (1) ລາ​ຄາຫຼືຄ່າ​ທຳ​ນຽມ​ເປັນ​ເວ​ລາ​ໜຶ່ງ​ເດືອນ​ຂອງ​ການ​ບໍ​ລິ​ການ​ໃດ​ໜຶ່ງ, ການ​ສັ່ງ​ຊື້, ຫຼືຄ່າ​ທຳ​ນຽມ​ຄ້າຍ​ຄື​ກັນ (ບໍ່​ລວມ​ເອົາ​ລາ​ຄາ​ຊື້​ຮາດ​ແວ, ຊອບ​ແວ, ການ​ສະ​ໜັບ​ສະ​ໜູນ, ຫຼືການ​ຮັບ​ປະ​ກັນ​ທີ່​ຕໍ່​ເວ​ລາ​ອອກ​ໄປ). ຫຼື (2) US $100.00 ຖ້າ​ບໍ່​ມີ​ຄ່າ​ທຳ​ນຽມ​ການ​ບໍ​ລິ​ການ, ການ​ສັ່ງ​ຊື້, ຫຼືຄ່າ​ທຳ​ນຽມ​ຄ້າຍ​ຄື.

ທ່ານ​ອາດ​ຈະ​ມີ​ສິດ​ສະ​ເພາະ​ພາຍ​ໃຕ້​ກົດ​ໝາຍ​ທ້ອງ​ຖິ່ນ​ຂອງ​ທ່ານ. ບໍ່​ມີ​ອັນ​ໃດ​ຢູ່​ໃນ​ສັນ​ຍາ​ນີ້​ທີ່​ຕັ້ງ​ໃຈ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິດ​ເຫຼົ່າ​ນັ້ນ, ຖ້າ​ມີ​ການ​ນຳໃຊ້​ພວກ​ມັນ.

ສຳ​ລັບ​ຜູ້​ຊົມ​ໃຊ້​ຢູ່​ໃນ​ປະ​ເທດ​​ນີວ​ຊີ​ແລນ, ທ່ານ​ອາດ​ຈະ​ມີ​ສິດ​ຕາມ​ກົດ​ໝາຍ​ພາຍ​ໃຕ້​ກົດ​ໝາຍ​ການ​ຮັບ​ປະ​ກັນ​ຜູ້​ຊົ​ມ​ໃຊ້​ນີວ​ຊີ​ແລນ, ແລະບໍ່​ມີ​ອັນ​ໃດ​ຢູ່​ໃນ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ນີ້​ທີ່​ຕັ້ງ​ໃຈ​ຈະ​ເຮັດ​ໃຫ້​ມີ​ຜົນ​ກະ​ທົບ​ກັບ​ສິດ​ເຫຼົ່າ​ນັ້ນ.

27. ຂໍ້​ຈຳ​ກັດ​ຄວາມ​ຮັບ​ຜິດ​ຊອບ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ, ທ່ານ​ເຫັນ​ດີ​ວ່າ ທ່ານ​ບໍ່​ສາ​ມາດ​ຟື້ນຟູ​ຄວາມ​ເສຍ​ຫາຍ ຫຼື ການ​ສູນ​ເສຍ​ຄືນ​ມາ​ໄດ້, ລວມ​ທັງ​ຄວາມ​ເສຍ​ຫາຍ​ທີ່​ເປັນ​ຜົນ​ຕາມ​ມາ, ພິ​ເສດ, ທາງ​ອ້ອມ, ໂດຍ​ບັງ​ເອີນ, ຫຼື ເປັນ​ການ​ລົງ​ໂທດ, ຫຼື ຜົນ​ກຳ​ໄລ​ທີ່​ເສຍ​ໄປ. ຂໍ້​ຈຳ​ກັດ ແລະ ຂໍ້​ຍົກ​ເວັ້ນ​ຢູ່​ໃນ​ຂໍ້​ທີ 26 ແລະ 27 ແມ່ນ​ນຳ​ມາ​ໃຊ້ ​ແມ້​ວ່າ​ທ່ານ​ໄດ້​ຮັບ​ຄວາມ​ເສຍ​ຫາຍ ແລະ ແມ້​ແຕ່​ທ່ານ​ຮູ້ ຫຼື ຄວນ​ຮູ້​ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ຄວາມ​ເສຍ​ຫາຍແລ້ວ. ບາງລັດ ຫຼື ແຂວງ/ອາ​ນາ​ນິ​ຄົມ​ບໍ່​ອະ​ນຸ​ຍາດ​ໃຫ້​ມີ​ຂໍ້ຍົກ​ເວັ້ນ ຫຼື ຂໍ້​ຈຳ​ກັດ​ຄວາມ​ເສຍ​ຫາຍ​ໂດຍ​ບັງ​ເອີນ ຫຼື ເປັນ​ຜົນ​ຕາມ​ມາ, ດັ່ງ​ນັ້ນ ຂໍ້​ຈຳ​ກັດ ແລະ ຂໍ້​ຍົກ​ເວັ້ນ​ນີ້​ອາດ​ຈະ​ບໍ່​ນຳ​ໃຊ້​ກັບ​ທ່ານ.

ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ​ໃຫ້​ສູງ​ສຸດ, ພາຍ​ໃຕ້​ທິດ​ສະ​ດີ​ທາງ​ກົດ​ໝາຍ​ໃດ​ໜຶ່ງ, ຂໍ້​ຈຳ​ກັດ ແລະ ຂໍ້​ຍົກ​ເວັ້ນ​ເຫຼົ່າ​ນີ້​ນຳ​ໃຊ້​ກັບ​ທຸກ​ຂໍ້​ຮຽກ​ຮ້ອງກ່ຽວ​ຂ້ອງ​ກັບ​ຮ້ານ​ຄ້າ, ການ​ບໍ​ລິ​ການ, ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້, ຫຼື ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ໃດ​ໜຶ່ງ​ທີ່​ສະ​ເໜີ​ໃຫ້, ລວມ​ທັງ​ການ​ສູນ​ເສຍ​ເນື້ອ​ໃນ, ໄວ​ຣັ​ສ ຫຼື ມາ​ລ​ແວ​ໃດ​ໜຶ່ງ​ທີ່​ມີ​ຜົນ​ກະ​ທົບ​ຕໍ່​ການ​ນຳ​ໃຊ້​ຮ້ານ​ຄ້າ ຫຼື ການ​ບໍ​ລິ​ການ ຫຼື ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ໃດ​ໜຶ່ງ​ໄດ້​ມາ​ຈາກ​ຮ້ານ​ຄ້າ; ແລະ ຄວາມ​ຊັກ​ຊ້າ ຫຼື ຄວາມ​ບໍ່​ສຳ​ເລັດ​ໃນ​ການ​ເລີ່ມ​ຕົ້ນ ຫຼື ການ​ດຳ​ເນີນ​ການ​ສົ່ງ ຫຼື ການ​ດຳ​ເນີນ​ການ​ໃຫ້​ສຳ​ເລັດ.

28. ການ​ແປ​ຄວາມໝາຍ​ຂໍ້​ກຳ​ນົດ​ເຫຼົ່າ​ນີ້. ທຸກ​ພາກ​ຂອງ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້​ນຳ​ໃຊ້​ໃນ​ລະ​ດັບ​ທີ່​ກົດ​ໝາຍ​ກ່ຽວ​ຂ້ອງອະ​ນຸ​ຍາດ​ໃຫ້​ສູງ​ສຸດ; ທ່ານ​ອາດ​ຈະ​ມີ​ສິດ​ຫຼາຍກວ່າ​ຢູ່​ໃນ​ອຳ​ນາດ​ສານ​ບ່ອນ​ທີ່​ທ່ານ​ຢູ່ (ຫຼື ຖ້າ​ເປັນ​ທຸ​ລະ​ກິດແມ່ນ​ບ່ອນ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ​ຂອງ​ທ່ານ). ຖ້າ​ມັນ​ຖືກ​ກຳ​ນົດ​ວ່າ ພວກ​​ເຮົາ​ບໍ່​ສາ​ມາດ​ບັງ​ຄັບ​ໃຊ້​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້​ພາກ​ສ່ວນ​ໜຶ່ງ​ເປັນ​ລາຍ​ລັກ​ອັກ​ສອນ, ພວກ​ເຮົາ​ອາດ​ຈະ​ປ່ຽນ​ແທນ​ຂໍ້​ກຳ​ນົດ​ເຫຼົ່າ​ນັ້ນ​ດ້ວຍ​ຂໍ້​ກຳ​ນົດ​ທີ່​ຄ້າຍ​ຄື​ກັນ​ໃນ​ລະ​ດັບ​ທີ່​ສາ​ມາດ​ບັງ​ຄັບ​ໃຊ້​ໄດ້​ພາຍ​ໃຕ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ, ​ແຕ່​ຂໍ້​ກຳ​ນົດ​​​ການ​ຂາຍສ່ວນ​ທີ່​ເຫຼືອຈະ​ບໍ່​ປ່ຽນ​ແປງ. ​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້​ແມ່ນ​ສຳ​ລັບ​ຜົນ​ປະ​ໂຫຍດ​ຂອງ​ທ່ານ ແລະ ຂອງ​ພວກ​ເຮົາ​ທັງ​ໝົດ; ພວກ​ມັນ​ບໍ່​ແມ່ນ​ໃຫ້​ຜົນ​ປະ​ໂຫຍດ​ກັບ​ບຸກ​ຄົນ​ອື່ນ, ຍົກ​ເວັ້ນ​ແຕ່​ຜູ້​ສືບ​ທອນ ແລະ ຜູ້​ຮັບ​ມອບ​ໂອນ​ຂອງ Microsoft. ອາດ​ຈະ​ໄດ້​ນຳ​ໃຊ້​ຂໍ້​ກຳ​ນົດ​ຂອງ​ພວກ​ເຮົາ ຖ້າ​ທ່ານ​ຊື້​ຜະ​ລິດ​ຕະ​ພັນ ຫຼື ການ​ບໍ​ລິ​ການ​ຈາກ​ເວັບ​ໄຊ​ທ໌​ອື່ນ​ຂອງ Microsoft.

29. ການມອບ​ໂອນ. ໃນ​ລະ​ດັບ​ທີ່​ກົດ​ໝາຍ​ອະ​ນຸ​ຍາດ, ພວກ​ເຮົາ​ອາດ​ຈະ​ມອບ​ໂອນ, ໂອນ ຫຼື ກຳ​ຈັດສິດ ແລະ ພັນ​ທະ​ໜ້າ​ທີ່ຂອງ​ພວກ​ເຮົາ​ພາຍ​ໃຕ້​ຂໍ້​ກຳ​ນົດ​​ການ​ຂາຍເຫຼົ່າ​ນີ້, ທັງ​ໝົດ ຫຼື ບາງ​ສ່ວນ, ໃນ​ເວ​ລາ​ໃດ​ກໍ່​ໄດ້ ໂດຍ​ບໍ່​ຕ້ອງ​ແຈ້ງ​ໃຫ້​ທ່ານ​ຊາບ. ທ່ານ​ອາດ​ຈະ​ບໍ່​ມອບ​ໂອນ ຫຼື ໂອນ​ສິດ​ໃດໆ​ພາຍ​ໃຕ້​ຂໍ້​ກຳ​ນົດ​່າ​ດ້ວຍການ​ຂາຍ​ເຫຼົ່າ​ນີ້.

30. ການ​ແຈ້ງ​ການແລະການ​ສື່​ສານ. ສຳ​ລັບ​ການ​ສອບ​ຖາມ​ເລື່ອງ​ການ​ສະ​ໜັບ​ສະ​ໜູນ​ລູກ​ຄ້າ, ກະ​ລຸ​​ນາ​ເບິ່ງ​ໜ້າ​ການ​ຂາຍ ແລະ ການ​ສະ​ໜັບ​ສະ​ໜູນ​ຢູ່​ໃນ​ຮ້ານ​ຄ້າ. ສຳ​ລັບ​ຂໍ້​ຂັດ​ແຍ້ງ​ຕ່າງໆ, ໃຫ້​ປະ​ຕິ​ບັດ​ຕາມ​ຂັ້ນ​ຕອນ​ດຳ​ເນີນ​ການ​ແຈ້ງ​ການ​ຢູ່​ໃນ​ຂໍ້​ນີ້.

31. ໜ່ວຍ​ງານ​ສັນ​ຍາ, ການ​ເລືອກ​ກົດ​ໝາຍແລະສະ​ຖານ​ທີ່​ແກ້​ໄຂ​ຂໍ້​ຂັດ​ແຍ້ງ.

a. ອາ​ເມ​ຣິ​ກາ​ເໜືອຫຼືໃຕ້​ຢູ່ນອກ​ສະ​ຫະ​ລັດແລະກາ​ນາ​ດາ. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ອາ​ເມ​ຣິ​ກາ​ເໜືອ ຫຼື​ ໃຕ້​ຢູ່ນອກ​ສະ​ຫະ​ລັດ ແລະ​ ກາ​ນາ​ດາ, ທ່ານ​ກຳ​ລັງ​ມີ​ສັນ​ຍາ​ກັບ​ບໍ​ລິ​ສັດ Microsoft Corporation, One Microsoft Way, Redmond, WA 98052, U.S.A. ກົດ​ໝາຍລັດ​ວໍ​ຊິງ​ຕັນ​ຄຸ້ມຄອງ​ການ​ແປ​ຄວາມ​ໝາຍ​ຂອງ​ຂໍ້​ກຳ​ນົດການ​ຂາຍ​ເຫຼົ່າ​ນີ້ ແລະ ​​ຮຽກຮ້ອງ​ຕໍ່​ການ​ລະ​ເມີດ​ຂອງ​ພວກ​ມັນ ໂດຍ​ບໍ່​ຄຳ​ນຶງ​ເຖິງ​​ຕົວ​ເລືອກ​ຂອງ​ຫຼັກ​ການ​ກົດ​ໝາຍ. ກົດ​ໝາຍ​ຂອງ​ປະ​ເທດ​ທີ່​ພວກ​ເຮົາຄວບ​ຄຸມ​ຮ້ານ​ຄ້າ ແລະ ການ​ບໍ​ລິ​ການ​ຄຸ້ມ​ຄອງ​ທຸກ​ຂໍ້​ຮຽກ​ຮ້ອງ​ອື່ນ (ລວມ​ທັງ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ, ການ​ແຂ່ງ​ຂັນ​ທີ່​ບໍ່​ເປັນ​ທຳ, ແລະ ຂໍ້​ຮຽກ​ຮ້ອງ​ການ​ກະ​ທຳ​ຜິດ).

b. ຕາ​ເວັນ​ອອກ​ກາງຫຼືອາ​ຟ​ຣິ​ກາ. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ຕາ​ເວັນ​ອອກ​ກາງ ຫຼື ອາ​ຟ​ຣິ​ກາ, ທ່ານ​ກຳ​ລັງ​ມີ​ສັນ​ຍາ​ກັບ​ບໍ​ລິ​ສັດ Microsoft Ireland Operations Limited, The Atrium Building, Block B, Carmanhall Road, Sandyford Industrial Estate, Dublin 18, Ireland. ກົດ​ໝາຍປະ​ເທດ​ໄອ​ແລນ​ຄຸ້ມຄອງ​ການ​ແປ​ຄວາມ​ໝາຍ​ຂອງ​ຂໍ້​ກຳ​ນົດການ​ຂາຍ​ເຫຼົ່າ​ນີ້ ແລະ ​​ຮຽກຮ້ອງ​ຕໍ່​ການ​ລະ​ເມີດ​ຂອງ​ພວກ​ມັນ, ໂດຍ​ບໍ່​ຄຳ​ນຶງ​ເຖິງ​​ກາ​ນ​ຂັດ​ກັນຂອງ​ຫຼັກ​ການ​ກົດ​ໝາຍ. ກົດ​ໝາຍ​ຂອງ​ປະ​ເທດ​ທີ່​ພວກ​ເຮົາຄວບ​ຄຸມ​ຮ້ານ​ຄ້າ ແລະ ການ​ບໍ​ລິ​ການ​ຄຸ້ມ​ຄອງ​ທຸກ​ຂໍ້​ຮຽກ​ຮ້ອງ​ອື່ນ (ລວມ​ທັງ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ, ການ​ແຂ່ງ​ຂັນ​ທີ່​ບໍ່​ເປັນ​ທຳ, ແລະ ຂໍ້​ຮຽກ​ຮ້ອງ​ການ​ກະ​ທຳ​ຜິດ). ທ່ານ ແລະ ພວກ​ເຮົາ​ເຫັນ​ດີ​ບໍ່​ຄືນ​ຄຳ​ກັບ​ອຳ​ນາດ​ສານ​ສະ​ເພາະ ແລະ ສະ​ຖານ​ທີ່​ຂອງ​ສານ​ໄອ​ແລນ​ຕໍ່​ກັບ​ທຸກຂໍ້​ຂັດ​ແຍ້ງ​ເກີດ​ຂຶ້ນ​ມາ​ຈາກ ຫຼື ພົວ​ພັນ​ເຖິງ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ ຫຼື ຮ້ານ​ຄ້າ.

c. ອາ​ຊີຫຼືປາ​ຊີ​ຟິກ​ຕອນ​ໃຕ້, ຍົກ​ເວັ້ນ​ປະ​ເທດ​ຕ່າງໆບອກ​ໄວ້​ຢູ່​ລຸ່ມ​ນີ້. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ອາ​ຊີ (ຍົກ​ເວັ້ນ​ຈີນ, ຍີ​ປຸ່ນ, ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ ຫຼື ໄຕ້​ຫວັນ), ທ່ານ​ກຳ​ລັງ​ມີສັນ​ຍາ​ກັບບໍ​ລິ​ສັດ Microsoft Regional Sales Corporation, ບໍ​ລິ​ສັດ​ທີ່​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ກົດ​ໝາຍ​ຂອງ​ລັດ​ນີ​ວາ​ດາ, ສະ​ຫະ​ລັດ​ອາ​ເມ​ຣິ​ກາ, ທີ່​ມີ​ສາ​ຂາ​ຢູ່​ໃນ​ປະ​ເທດ​ສິງ​ກະ​ໂປ ແລະ ຮົງ​ກົງ, ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ທີ່ 438B Alexandra Road, #04-09/12, Block B, Alexandra Technopark, Singapore, 119968. ກົດ​ໝາຍລັດ​ວໍ​ຊິງ​ຕັນ​ຄຸ້ມຄອງ​ການ​ແປ​ຄວາມ​ໝາຍ​ຂອງ​ຂໍ້​ກຳ​ນົດການ​ຂາຍ​ເຫຼົ່າ​ນີ້ ແລະ ​​ຮຽກຮ້ອງ​ຕໍ່​ການ​ລະ​ເມີດ​ຂອງ​ພວກ​ມັນ ໂດຍ​ບໍ່​ຄຳ​ນຶງ​ເຖິງ​​ການ​ຂັດ​ກັນ​ຂອງ​ຫຼັກ​ການ​ກົດ​ໝາຍ. ກົດ​ໝາຍ​ຂອງ​ປະ​ເທດ​ທີ່​ພວກ​ເຮົາຄວບ​ຄຸມ​ຮ້ານ​ຄ້າ​ຄຸ້ມ​ຄອງ​ທຸກ​ຂໍ້​ຮຽກ​ຮ້ອງ​ອື່ນ (ລວມ​ທັງ​ການ​ປົກ​ປ້ອງ​ຜູ້​ບໍ​ລິ​ໂພກ, ການ​ແຂ່ງ​ຂັນ​ທີ່​ບໍ່​ເປັນ​ທຳ, ແລະ ຂໍ້​ຮຽກ​ຮ້ອງ​ການ​ກະ​ທຳ​ຜິດ). ຂໍ້​ຂັດ​ແຍ້ງ​ໃດ​ໜຶ່ງ​ເກີດ​ຂຶ້ນ​ມາ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ເຫຼົ່າ​ນີ້ ຫຼື ຮ້ານ​ຄ້າ, ລວມ​ທັງ​ຄຳ​ຖາມ​ທີ່​ມີ​​ກ່ຽວ​ກັບ​ການ​ມີ​ຢູ່, ການ​ນຳ​ໃຊ້​ໄດ້ ຫຼື ການ​ສິ້ນ​ສຸດ​ຂອງ​ພວກ​ມັນ ແມ່ນ​ຈະ​ຖືກ​ສົ່ງ​ຕໍ່​ໄປ ແລະ ສຸດ​ທ້າຍ​ແມ່ນ​ແກ້​ໄຂ​ໂດຍ​ການ​ໄກ່​ເກ່ຍ​ຢູ່​ໃນ​ສິງ​ກະ​ໂປ​ຕາມ​ກົດ​ລະ​ບຽບ​ການ​ໄກ່​ເກ່ຍ​ຂອງ​ສູນ​ໄກ່​ເກ່ຍ​ນາໆ​ຊາດ​ສິງ​ກະ​ໂປ (SIAC), ເຊິ່ງ​ບັນ​ດາ​ກົດ​ລະ​ບຽບ​ແມ່ນ​ຖື​ວ່າ​ໄດ້​ເອົາ​ລວມ​ໄວ້​ແລ້ວ​ຕາມ​ການ​ອ້າງ​ອີງ​ໃສ່​ຂໍ້​ນີ້. ສານ​ຍຸ​ຕິ​ທຳ​ຈະ​ປະ​ກອບ​ດ້ວຍ​ຜູ້​ໄກ່​ເກ່ຍ​ໜຶ່ງ​ທ່ານ​ທີ່​ຈະ​ຖືກ​ແຕ່ງ​ຕັ້ງ​ໂດຍ​ປະ​ທານ​ຂອງ SIAC. ພາ​ສາ​ຂອງ​ການ​ໄກ່​ເກ່ຍ​ແມ່ນ​ຈະ​ໃຊ້​ພາ​ສາ​ອັງ​ກິດ. ຄຳ​ຕັດ​ສິນ​ຂອງ​ຜູ້​ໄກ່​ເກ່ຍ​ຈະ​ເປັນ​ອັນ​​ສຸດ​ທ້າຍ, ຜູກ​ມັດ, ແລະ ບໍ່ໂຕ້​ແ​​ຍ້ງ​ໄດ້, ແລະ​ ມັນ​ອາດ​ຈະ​ຖືກ​ນຳ​ໃຊ້​ເປັນ​ຕົວ​ເລີ່ມ​ຕົ້ນ​ສຳ​ລັບ​ການ​ພິ​ພາກ​ສາ​ຢູ່​ໃນ​ປະ​ເທດ ຫຼື​ ພາກ​ພື້ນ​ໃດ​ໜຶ່ງ.

d. ຍີປຸ່ນ. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ຍີ​ປຸ່ນ, ທ່ານ​ກຳ​ລັງ​ມີ​ສັນ​ຍາ​ກັບ​ບໍ​ລິ​ສັດ Microsoft Japan Co., Ltd (MSKK), Shinagawa Grand Central Tower, 2-16-3 Konan Minato-ku, Tokyo 108-0075. ກົດ​ໝາຍ​ຂອງ​ຍີ​ປຸ່ນ​ຄຸ້ມ​ຄອງ​ຂໍ້​ກຳ​ນົດ​ການ​​ຂາຍ​ເຫຼົ່າ​ນີ້ ແລະ ເລື່ອງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ມາ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ​ພວກ​ມັນ ຫຼື ຮ້ານ​ຄ້າ.

e. ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ, ທ່ານ​ກຳ​ລັງ​ມີ​ສັນ​ຍາ​ກັບ​ບໍ​ລິ​ສັດ Microsoft Korea, Inc., 11th Floor, Tower A, K-Twin Tower, Jongro 1 gil 50, Jongro-gu, Seoul, Republic of Korea, 110-150. ກົດ​ໝາຍ​ຂອງ​ສາ​ທາ​ລະ​ນະ​ລັດ​ເກົາ​ຫຼີ​ຄຸ້ມ​ຄອງ​ຂໍ້​ກຳ​ນົດ​​ເຫຼົ່າ​ນີ້ ແລະ ເລື່ອງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ມາ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ​ພວກ​ມັນ ຫຼື ຮ້ານ​ຄ້າ.

f. ໄຕ້ຫວັນ. ຖ້າ​ທ່ານ​​ຢູ່​ໃນ (ຫຼື ຖ້າ​ທຸ​ລະກິດ​ຂອງ​ທ່ານມີ​ສຳ​ນັກ​ງານ​ໃຫຍ່​ດຳ​ເນີນ​ທຸ​ລະ​ກິດຢູ່​ໃນ) ໄຕ້ຫວັນ, ທ່ານ​ກຳ​ລັງ​ມີ​ສັນ​ຍາ​ກັບ​ບໍ​ລິ​ສັດ Microsoft Taiwan Corporation, 18F, No. 68, Sec. 5, Zhongxiao E. Rd., Xinyi District, Taipei 11065, Taiwan. ກົດ​ໝາຍ​ຂອງ​ໄຕ້​ຫວັນຄຸ້ມ​ຄອງ​ຂໍ້​ກຳ​ນົດ​ການ​​ຂາຍ​ເຫຼົ່າ​ນີ້ ແລະ ເລື່ອງ​ຕ່າງໆ​ທີ່​ເກີດ​ຂຶ້ນ​ມາ​ຈາກ ຫຼື ກ່ຽວ​ຂ້ອງ​ກັບ​ພວກ​ມັນ ຫຼື ຮ້ານ​ຄ້າ. ສຳ​ລັບ​ລາຍ​ລະ​ອຽດ​ເພີ່ມ​ເຕີມ​ກ່ຽວ​ກັບ​ບໍ​ລິ​ສັດ Microsoft Taiwan Corporation, ​ກະ​ລຸ​ນາ​ເບິ່ງ​ເວັບ​ໄຊ​ທ໌​ທີ່​ກະ​ຊວງ​ເສດ​ຖະ​ກິດ R.O.C. ໃຫ້​ມາ (https://gcis.nat.gov.tw/main/index.jsp). ທ່ານ ແລະ ພວກ​ເຮົາ​ກຳ​ນົດ​ໂດຍ​ບໍ່​ຄືນ​ຄຳ​ໃຫ້​ສານ​ເຂດ​ໄທ​ເປ​ຂອງ​ໄຕ້​ຫວັນ​ເປັນ​ສານ​ທຳ​ອິດ​ທີ່​ມີອຳ​ນາດ​ສານ​ຕໍ່​ກັບ​ຂໍ້​ຂັດ​ແຍ້ງ​ໃດ​ໜຶ່ງເກີດ​ຂຶ້ນ​ມາ​ຈາກ ຫຼື ພົວ​ພັນ​ເຖິງ​ຂໍ້​ກຳ​ນົດ​ ຫຼື ຮ້ານ​ຄ້າ, ໃນ​ລະ​ດັບ​ສູງ​ສຸດ​ທີ່​ກົດ​ໝາຍ​ໄຕ້​ຫວັນ​ອະ​ນຸ​ຍາດ​ໃຫ້.

32. ການແຈ້ງ​ການ.

a. ແຈ້ງ​ການແລະ​ ຂັ້ນ​ຕອນ​ດຳ​ເນີນ​ການ​ສຳ​ລັບ​ການ​ປະ​ກອບ​ຂໍ້​ຮຽກ​ຮ້ອງ​ການ​ລະ​ເມີດຊັບ​ສິນ​ທາງ​ປັນ​ຍາ. Microsoft ເຄົາ​ລົບ​ຕໍ່​ສິດ​ທິ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ບຸກ​ຄົນ​ທີ​ສາມ. ຖ້າ​ທ່ານ​ຢາກ​ຈະ​ສົ່ງ​ແຈ້ງ​ການ​ເລື່ອງ​ການ​ລະ​ເມີດ​ຊັບ​ສິນ​ທາງ​ປັນ​ຍາ, ລວມ​ທັງ​ຂໍ້​ຮຽກ​ຮ້ອງ​ຕໍ່​ການ​ລະ​ເມີດ​ລິ​ຂະ​ສິດ, ກະ​ລຸ​ນາ​ໃຊ້​ຂັ້ນ​ຕອນ​ດຳ​ເນີນ​ການ​​ຂອງ​ພວກ​ເຮົາ​ສຳ​ລັບ​ການ​ສົ່ງແຈ້ງ​ການ​ເລື່ອງ​ການ​ລະ​ເມີດ (http://approjects.co.za/?big=info/cpyrtInfrg.aspx). ທຸກການ​ສອບ​ຖາມ​ບໍ່​ກ່ຽວ​ຂ້ອງ​ກັບ​ຂັ້ນ​ຕອນ​ດຳ​ເນີນ​ການ​ນີ້​ແມ່ນ​ຈະ​ບໍ່​ໄດ້​ຮັບ​ຄຳ​ຕອບ.

Microsoft ນຳ​ໃຊ້​ຂະ​ບວນ​ການ​ທີ່​ໄດ້​ກຳ​ນົດ​ໄວ້​ຢູ່​ໃນ​ຫົວ​ຂໍ້​ທີ 17, ​ປະ​ມວນ​ກົດ​ໝາຍ​ສະ​ຫະ​ລັດ, ຂໍ້​ທີ 512 ເພື່ອ​ຕອບ​ຄືນ​ແຈ້ງ​ການ​ເລື່ອງ​ການ​ລະ​ເມີດ​ລິ​ຂະ​ສິດ. ຢູ່​ໃນ​ສະ​ພາບ​ການ​ທີ່​ເໝາະ​ສົມ, Microsoft ອາດ​ຈະ​ປິດ​ໃຊ້​ງານ ຫຼື ຍົກ​ເລີກ​ບັນ​ຊີ​ຂອງ​ຜູ້​ໃຊ້​ການ​ບໍ​ລິ​ການ Microsoft ຜູ້​ທີ່​ອາດ​ຈະເປັນ​ຜູ້​ລະ​ເມີດ​ຊ້ຳໆ​ນຳ​ອີກ.

b. ແຈ້ງ​ການ​ລິ​ຂະ​ສິດແລະ ​ເຄື່ອງ​ໝາຍ​ການ​ຄ້າ.

ທຸກ​ເນື້ອ​ໃນ​ຂອງ​ຮ້ານ​ຄ້າ ແລະ ການ​ບໍ​ລິ​ການ​ແມ່ນ​ລິ​ຂະ​ສິດ​ຂອງ​ບໍ​ລິ​ສັດ ©2016 Microsoft Corporation ແລະ/ຫຼື ຜູ້​ໃຫ້​ການ​ສະ​ໜອງ​ຂອງ​ມັນ ແລະ ຜູ້​ໃຫ້​ບໍ​ລິ​ການ​ບຸກ​ຄົນ​ທີ​ສາມຢູ່​ທີ່ One Microsoft Way, Redmond, WA 98052, USA. ສະຫງວນລິຂະສິດ. ພວກ​ເຮົາ ຫຼື ຜູ້​ໃຫ້​ການ​ສະ​ໜອງ​ຂອງ​ພວກ​ເຮົາ ແລະ ​ຜູ້​ໃຫ້​ບໍ​ລິ​ການ​ບຸກ​ຄົນ​ທີ​ສາມ​ອື່ນ​ເປັນ​ເຈົ້າ​ຂອງ​ສິດ, ລິ​ຂະ​ສິດ, ແລະ ສິດ​ຊັບ​ສິນ​ທາງ​ປັນ​ຢາ​ອື່ນ​ຢູ່​ໃນ​ຮ້ານ​ຄ້າ, ການ​ບໍ​ລິ​ການ ແລະ ເນື້ອ​ໃນ. Microsoft ແລະ ຊື່, ໂລ​ໂກ້, ແລະ ໄອ​ຄອນ​ຂອງ​ທຸກ​ຜະ​ລິດ​ຕະ​ພັນ ແລະ ການ​ບໍ​ລິ​ການ​ຂອງ Microsoft ອາດ​ຈະ​ເປັນເຄື່ອງ​ໝາຍ​ການ​ຄ້າ ຫຼື ເຄື່ອງ​ໝາຍ​ການ​ຄ້າ​ຈົດ​ທະ​ບຽນ​ຂອງ Microsoft ຢູ່​ໃນ​ສະ​ຫະ​ລັດ, ກາ​ນາ​ດາ ແລະ/ຫຼື ປະ​ເທດ​ອື່ນໆ.

ສາ​ມາດ​ເບິ່ງ​ລາຍ​ການ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ Microsoft ໄດ້​ຢູ່​​ທີ່: http://approjects.co.za/?big=trademarks. ຊື່​ຂອງ​ບໍ​ລິ​ສັດ ແລະ ຜະ​ລິດ​ຕະ​ພັນ​​ຕົວ​ຈິງ​ອາດ​ຈະ​ເປັນ​ເຄື່ອງ​ໝາຍ​ການ​ຄ້າ​ຂອງ​ເຈົ້າ​ຂອງ​ພວກ​ມັນ​ແຕ່​ລະ​ອັນ. ສິດ​ໃດ​ກໍ່​ຕາມ​ທີ່​ບໍ່​ໄດ້​ໃຫ້​ໄວ້​ຢູ່​ໃນ​​ຂໍ້​ກຳ​ນົດ​ວ່າ​ດ້ວຍ​ການ​ຂາຍ​ນີ້​ຢ່າງ​ຈະ​ແຈ້ງ​ແມ່ນ​ຖືກ​ສະ​ຫງວນ​ໄວ້.

33. ການ​ເຕືອນ​ຄວາມ​ປອດ​ໄພ. ເພື່ອ​ຫຼີກ​ເວັ້ນ​ການ​ບາດ​ເຈັບ​ທີ່​ອາດ​ຈະ​ເກີດ​ຂຶ້ນ, ຄວາມ​ອຶດ​ອັດ ຫຼື ການ​ລະ​ຄາຍເຄືອງ​ຕາ, ທ່ານ​ຄວນ​ຈະ​ພັກ​ເປັນ​ໄລ​ຍະ​ໃນ​ການ​ນຳ​ໃຊ້​ເກມ ຫຼື ແອັບ​ພ​ລິ​ເຄ​ຊັນ​ອື່ນ, ໂດຍ​ສະ​ເພາະ​ແມ່ນ​ເມື່ອ​ທ່ານ​ຮູ້​ສຶກ​ເຈັບ​ປວດ ຫຼື ອິດ​ເມື່ອຍ​ມາ​ຈາກ​ການ​ໃຊ້ດັ່ງ​ກ່າວ. ຖ້າ​ທ່ານ​ມີ​ບັນ​ຫາ​ຄວາມ​ອຶດ​ອັດ, ໃຫ້​ພັກ​ຜ່ອນ. ຄວາມ​ອຶດ​ອັດ​ອາດ​ຈະ​ມີ​ທັງ​ຄວາມ​ຮູ້​ສຶກ​ປຸ້ນ​ທ້ອງ, ເມົາ​ກັບ​ການ​ເຄື່ອນ​ທີ່, ວິນ​ຫົວ, ສັບ​ສົນ, ເຈັບ​ຫົວ, ອິດ​ເມື່ອຍ, ລະ​ຄາຍ​ເຄືອງ​ຕາ, ຫຼື ຕາ​ແຫ້ງ. ການ​ໃຊ້​ແອັບ​ພ​ລິ​ເຄ​ຊັນ​ສາ​ມາດ​ລົບ​ກວນ​ສະ​ມາ​ທິ​ທ່ານ ແລະ ຂັດ​ຂວາງ​ສິ່ງ​ຮອບ​ຂ້າງຂອງ​ທ່ານ​ໄດ້. ຫຼີກ​ເວັ້ນ​ອັນ​ຕະ​ລາຍ​ໃນ​ການ​ເດີນ​ທາງ, ຂັ້ນ​ໄດ, ເພ​ດານ​ຕ່ຳ, ​ເຄື່ອງ​ແຕກ​ງ່າຍ ຫຼື ສິ່ງ​ຂອງ​ມີ​ຄ່າ​ທີ່​ສາ​ມາດ​ເປ່​ເພ​ເສຍ​ຫາຍ​ໄດ້. ມີ​ເປີ​ເຊັນ​ໜ້ອຍ​ຂອງ​ຄົນ​ທີ່​ອາດ​ຈະ​ເກີດການ​ເປັນ​ລົມ​ເມື່ອ​​ເບິ່ງ​ຮູບ​ພາບປະ​ຈັກ​ຕາ​ສະ​ເພາະ​ເຊັ່ນ ແສງ​ແຝຼັຊ ຫຼື​ ຮູບ​ແບບ​ຕ່າງໆ​ທີ່​ອາ​ດ​ຈະ​ປະ​ກົດ​ຂຶ້ນ​ຢູ່​ໃນ​ແອັບ​ພ​ລິ​ເຄ​ຊັນ. ແມ້​ແຕ່​ຄົນ​ທີ່​ບໍ່​ມີ​ປະ​ຫວັດ​ການ​ເປັນ​ລົມ, ອາດ​ຈະ​ມີ​ອາ​ການ​ບໍ່​ໄດ້​ບົ່ງ​ມະ​ຕິ​ທີ່​ສາ​ມາດ​ເຮັດ​ໃຫ້​ເກີດ​ການ​ເປັນ​ລົມ​ເຫຼົ່າ​ນີ້​ໄດ້. ອາ​ການ​ອາດ​ຈະ​ມີ​ຄື: ການ​ເຈັບ​ຫົວ​ເລັກ​ນ້ອຍ, ສາຍ​ຕາ​ປ່ຽນ​ແປງ, ການ​ສັ່ນ, ການ​ກະ​ຕຸກ, ຫຼື​ ແຂນ​ຂາ​ສັ່ນ, ຄວາມ​ມຶນ​ງົງ, ຄວາມ​ສັບ​ສົນ, ເສຍ​ສະ​ຕິ, ຫຼື​ ການ​ຊັກ. ໃຫ້​ຢຸດ​ນຳ​ໃຊ້ ແລະ​ ປຶກ​ສາ​ແພດ​ທັນ​ທີ ຖ້າ​ທ່ານ​ມີ​ອາ​ການ​ເຫຼົ່າ​ນີ້, ຫຼື​​ ປຶກ​ສາ​ແພດ​ກ່ອນ​ໃຊ້​​ແອັບພ​ລິ​ເຄ​ຊັນ ຖ້າ​ທ່ານ​ເຄີຍ​ມີ​ອາ​ການ​ພົວ​ພັນກັບ​ການ​ເປັນ​ລົມ​​ຕ່າງໆ. ພໍ່​ແມ່​ຄວນ​ຕິດ​ຕາມ​ການ​ນຳ​ໃຊ້​ແອັບ​ພ​ລິ​ເຄ​ຊັນ​ຂອງ​ລູກ​ຕົນ​ເອງ​ ເພື່ອ​ເບິ່ງ​ສັນ​ຍານ​ການ​ເກີດ​ອາ​ການ​ຕ່າງໆ.